ຖ້າຂາດສະຕິໃນການຂັບຂີ່ ເກີດອຸປະຕິເຫດໄດ້


 ອຸປະຕິເຫດ​ເກີດ​ຂຶ້ນ​ໄດ້​ທຸກ​ເວລາ​ທຸກ​ນາທີ ຖ້າ​ພວກ​ເຮົາ​ຫາກ​ປະໝາດ ແລະ ຂາດ​ສະຕິ ບໍ່​ປະຕິບັດ​ກົດ​ລະບຽບ​ຈະລາຈອນ ຄື​ອຸປະ​ເຫດ​ລາຍ​ນີ້​ເກີດ​ຂຶ້ນ​ຕອນ​ເຊົ້າ​ຂອງ​ວັນ​ທີ 29 ເມສາ 2013 ເວລາ​ປະມານ 7:00 ໂມງ ຢູ່​ເສັ້ນທາງ​ຫົວ​ຂົວ-ນາ​ຄວາຍ​ເຂດ​ບ້ານ​ໂນນ​ຄໍ້​ເໜືອ ເມືອງ​ໄຊ​ເຊດ​ຖາ ນະຄອນຫຼວງ​ວຽງ​ຈັນ ຊຶ່ງ​ເປັນ​ເວລາ​ຮີບ​ດ່ວນ​ທີ່​ຄົນ​ໄປ​ວຽກ​ໄປ​ການ.

ອຸປະຕິເຫດ​ລາຍ​ນີ້​ແມ່ນ​ລົດ​ໃຫຍ່ 10 ລໍ້​ຕຳ​ກັບ​ລົດຈັກ ໃນ​ສະພາບ​ທີ່​ຫວາດ​ສຽວ​ພໍ​ສົມຄວນ​ຄື ຕີນ​ໜ້າ​ເບື້ອງ​ຊ້າຍ​ຂອງ​ລົດ​ໃຫຍ່ ຢຽບ​ລົດຈັກ​ຢູ່ ຄື​ພວກ​ເຮົາ​ເຫັນ​ຢູ່​ໃນ​ຮູບ​ພາບ​ນີ້ ເຫັນ​ສະພາບ​ທີ່​ເກີດ​ຂຶ້ນ​ແລ້ວ ຫຼາຍ​ຄົນ​ຄົງ​ຄິດ​ວ່າ​ຜູ້​ຂັບ​ຂີ່​ລົດຈັກ​ອາດ​ຈະ​ເຖິງ​ຂັ້ນ​ເສຍ​ຊີວິດ ຫຼື ອາດ​ຈະ​ບາດເຈັບ​ໜັກ ແຕ່​ອຸປະຕິເຫດ​ຄັ້ງ​ນີ້​ໂຊກ​ດີ​ທີ່​ບໍ່​ມີ​ຜູ້​ເສຍ​ຊີວິດ ມີ​ແຕ່​ຜູ້​ຂັບ​ຂີ່​ລົດຈັກ​ບາດເຈັບ​ພຽງ​ເລັກ​ໜ້ອຍ​ເທົ່າ​ນັ້ນ.

ເຫດການ​ທີ່​ບໍ່​ເພິ່ງ​ປາດ​ຖະ​ໜາ​ຄັ້ງ​ນີ້ ເປັນ​ຄະຕິ​ເຕືອນໃຈ​ໃຫ້​ທຸກ​ຄົນຮູ້​ວ່າ ເວລາ​ຂັບ​ຂີ່​ພາຫະນະ​ຕາມ​ທ້ອງ​ຖະໜົນ ກ່ອນ​ອື່ນ​ກໍ​ຕ້ອງ​ໃຫ້​ກຽດ​ເຊິ່ງ​ກັນ ແລະ ກັນ ບໍ່​ປະໝາດ ບໍ່​ຂາດ​ສະຕິ ເມົາ​ແລ້ວ​ບໍ່​ຂັບ ແລະ ຄ່ອຍ​ໄປ​ຄ່ອຍ​ມາ ໂດຍ​ສະເພາະ​ແມ່ນ​ຕ້ອງ​ເຂັ້ມ​ງວດ​ຕໍ່​ການ​ປະຕິບັດ​ກົດ​ລະບຽບ​ຈະລາຈອນ ແລ່ນ​ໃຫ້​ຖືກ​ຊ່ອງ​ທາງ​ຂອງ​ຕົນ ແລະ ເວລາ​ຈະ​ລ້ຽວ​ຊ້າຍ ລ້ຽວ​ຂວາ ຫຼື ຈະ​ຂ້າມ​ທາງ ກໍ​ຕ້ອງ​ເປີດ​ໄຟ​ສັນຍານ ພ້ອມ​ທັງ​ຫຼຽວ​ເບິ່ງ​ລົດ​ທາງ​ໜ້າ ແລະ ທາງ​ຫຼັງ ວ່າ​ມີ​ຄວາມ​ຮັບປະກັນ​ແລ້ວ​ບໍ ຈຶ່ງ​ຂ້າມ ຖ້າ​ພວກ​ເຮົາ​ຫາກ​ປະຕິບັດ​ໄດ້​ຄື​ແນວ​ນີ້ ອຸປະຕິເຫດ​ຈະ​ບໍ່ເກີດ​ຂຶ້ນ​ກັບ​ຕົວ​ເຮົາ​ເອງ ແລະ ຜູ້​ອື່ນ​ເດັດຂາດ.

ເມົາຈົນຂາດສະຕິ ດັບຊີວິດຫມູ່



ເມົາຈົນຂາດສະຕິ ດັບຊີວິດຫມູ່
ການ​ພົບ​ປະ​ສ້າງ­ສັນ​ຊຸມ​ແຊວເປັນ​ສິ່ງ​ທີ່​ດີ​ຖ້າ​ດື່ມ​ພໍ­ປະ­ມານ​ກໍ່​ພາ­ໃຫ້ມ່ວນ­ຊື່ນ​ແລະ​ເກີດ​ມິດ­ຕະ­ພາບ​ແຕ່ການ​ດື່ມ​ສິ່ງ​ມຶນ­ເມົາ​ເກີນ​ຂອບ​ເຂດ ກໍ່​ຈະ​ເຮັດ​ໃຫ້​ຄົນ​ເຮົາ​ຂາດ​ສະ­ຕິ ເຊິ່ງບັນ­ຫາ​ແບບ​ນີ້​ປາ­ກົດ​ມີ​ໃຫ້​ເຫັນ​ຢູ່​ໃນສັງ­ຄົມ​ເປັນ​ປະ­ຈຳ, ດັ່ງ​ກໍ­ລະ­ນີ​ທ້າວ ປອນ ອາ­ຍຸ 42 ປີ, ກຳ­ມະ­ກອນ ບ້ານ​ຫນອງ​ແຕ່ງເມືອງ​ສີ​ໂຄດ​ຕະ­ບອງ​ນະ­ຄອນຫລວງ​ວຽງ​ຈັນ​ເມົາ​ແລ້ວ​ຂາດ ສະ­ຕິ​ທຳ­ຮ້າຍ​ຮ່າງ­ກາຍ​ຜູ້​ອື່ນຈົນ​ເສຍ​ຊີ­ວິດ, ເຫດ­ການ​ນີ້​ເກີດຂຶ້ນ​ໃນ​ມື້​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນຮັບ​ປີ​ໃຫມ່ 2013, ທີ່​ບ້ານໂນນ​ບໍ່​ແກ້ວ ເມືອງ​ໄຊ​ທາ­ນີ ນະຄອນ​ຫລວງ​ວຽງ​ຈັນ.

ເຈົ້າ​ຫນ້າ­ທີ່ ປສກ ເມືອງ​ໄຊທາ­ນີ​ໃຫ້​ຮູ້​ວ່າ: ຜູ້​ເຄາະ​ຮ້າຍ​ລາຍນີ້ ຊື່​ທ້າວ ຈັນ ອາ­ຍຸ 38 ປີ, ມາ​ພັກ​ເຊົ່າ​ຢູ່​ບ້ານ​ໂນນ​ບໍ່​ແກ້ວ ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫລວງວຽງ​ຈັນ, ໃນ​ມື້​ເກີດ​ເຫດຜູ້​ຖືກຫາ​ກັບ ທ້າວ ຈັນ ໄດ້​ພາ­ກັນ​ຊຸມແຊວ​ຢູ່​ເຮືອນ​ຂອງ ທ້າວ ໄຊ­ໂຍ ອາ­ຍຸ 56 ປີ, ໂດຍ​ພາ­ກັນ​ນັ່ງ​ດື່ມເຫລົ້າ​ແຕ່ 7:00 ໂມງ​ເຊົ້າ​ຈົນຮອດ 10:00 ໂມງ. ຈາກ​ນັ້ນ, ຫມູ່​ຂອງ ທ້າວ ໄຊ­ໂຍ ຢູ່​ບ້ານດຽວ​ກັນ​ກໍ່​ໄດ້​ມາ​ດື່ມ​ນຳ, ພໍ­ດີເຫລົ້າ​ຫມົດ​ຜູ້​ຖືກ​ຫາ­ກໍ່​ເອົາ​ເງິນ ຈຳ­ນວນ 20.000 ກີບ​ໃຫ້​ຫມູ່ ທ້າວ ໄຊ­ໂຍ ໄປ​ຊື້​ເຫລົ້າ​ຂາວ ແລະ ຂອງ​ແກ້ມ​ມາ​ຕື່ມ​ອີກ, ຈາກນັ້ນ, ພວກ​ກ່ຽວ​ກໍ່​ໄດ້​ລົມ​ກັນສ່ວນ​ທ້າວ ຈັນ ຮູ້­ສຶກ​ເມົາ​ແຮງ​ກໍ່ເຂົ້າ​ໄປ​ນອນ​ແຕ່​ນອນ​ບໍ່​ຫລັບ, ໃນ​ຂະ­ນະ​ນັ້ນ, ທ້າວ ປອນ ກໍ່​ເວົ້າໄປ​ຮອດ​ຜູ້​ສາວ​ຂອງທ້າວ ຈັນ ຈິ່ງ​ເຮັດ​ໃຫ້​ຜູ້­ກ່ຽວ​ບໍ່​ພໍ­ໃຈ ແລະ ຈັບ​ໄມ້­ຄ້ອນ​ມາ​ຟາດ​ຫົວ ທ້າວ ປອນ ຈົນ​ນອນ​ຫມົດ​ສະ­ຕິ​ພໍ​ຕື່ນຂຶ້ນ​ມາ​ໄດ້​ແນມ​ເຫັນ ທ້າວ ຈັນ ກຳ­ລັງ​ຈະ​ຕີ ທ້າວ ໄຊ­ໂຍ ຈິ່ງ​ລຸກຂຶ້ນ​ເອົາ​ກຳ­ປັ້ນ​ຕີ​ຫນ້າ​ຂອງ ທ້າວ ຈັນ ລົ້ມ​ລົງ­ພື້ນ​ເຮືອນ​ແລ້ວ​ເຕະຫນຶ່ງ​ບາດ ແລະ ຕີນ​ຢັນ​ອີກ 2 ບາດ ເຮັດ​ໃຫ້​ຕົກ​ເຮືອນ​ແລ້ວ​ນຳລົງ​ມາ​ເຕະ ທ້າວ ຈັນ ຕື່ມ​ອີກ 2 ບາດ ຈົນ​ຜູ້­ກ່ຽວ​ຫມົດ​ສະ­ຕິ. ຈາກ​ນັ້ນ, ການ­ຈັດ­ຕັ້ງ​ບ້ານ​ກໍ່​ໄດ້ນຳ​ຕົວ ທ້າວ ຈັນ ສົ່ງ​ໂຮງ­ຫມໍ ທ່າ​ງ່ອນ ແຕ່​ຜູ້­ກ່ຽວ​ໄດ້​ເສຍ​ຊີ­ວິດໃນ​ເວ­ລາ​ຕໍ່​ມາ ແລະ ສົ່ງ​ໂຕ ທ້າວ ປອນ ໃຫ້​ເຈົ້າ​ຫນ້າ­ທີ່ ປກສ ເມືອງ​ໄຊ​ທາ­ນີ​ດຳ­ເນີນ​ຄະ­ດີ​ໃນ​ຂໍ້ຫາ​ທຳ­ຮ້າຍ​ຮ່າງ­ກາຍ​ຜູ້​ອື່ນ​ຈົນ ເສຍ​ຊີ­ວິດ.

ຄະ­ດີ​ນີ້, ກໍ່​ເປັນ​ສິ່ງ​ເຕືອນ­ໃຈປະ­ຊາ­ຊົນ​ທຸກໆ​ຄົນ​ຕ້ອງ​ມີ​ສະ­ຕິ ແລະ ກໍ່​ຕ້ອງ​ຄິດ​ງຳ​ກ່ອນ​ຈະ​ເວົ້າສິ່ງ​ໃດ​ສິ່ງ​ຫນຶ່ງ​ອອກ​ມາ ເພື່ອ​ຈະບໍ່​ກະ­ທົບ​ຕໍ່​ຈິດ­ໃຈ​ຂອງ​ຄົນ​ອື່ນ. ແຕ່​ສິ່ງ​ສຳ­ຄັນ​ບໍ່​ຄວນ​ໃຊ້​ກຳ­ລັງໃນ​ການ​ຕັດ­ສິນ​ບັນ­ຫາ​ເພາະ​ການໃຊ້​ກຳ­ລັງ​ໄປ​ໃນ​ທາງ​ທີ່​ຜິດ​ກໍ່​ເປັນການ​ສ້າງ​ຄວາມ​ບໍ່​ສະ­ຫງົບ​ໃຫ້ສັງ­ຄົມ, ການ​ກະ­ທຳ​ດັ່ງ­ກ່າວ​ເຖິງຈະ​ເປັນ​ການ​ເຈ­ຕະ­ນາ ຫລື ບໍ່ ເຈ­ຕະ­ນາ​ກໍ່​ຖື​ວ່າ​ເປັນ​ການ​ກະທຳ​ທີ່​ຜິດ​ຕໍ່​ກົດ­ຫມາຍ. ປະ­ຈຸ​ບັນ ກອງ​ບັນ­ຊາ​ການ ປກສ ເມືອງໄຊ​ທາ­ນີ​ພວມ​ສະ­ຫລຸບ​ສຳ­ນວນຄະ­ດີ​ສົ່ງ​ໃຫ້​ໄອ​ຍະ​ການ​ສັ່ງ​ຟ້ອງສານ​ຕັດ­ສິນ​ຕາມ​ກົດ­ຫມາຍ.

ທີ່ມາhttp://www.ecom.org.la

ເດັກນ້ອຍ 2 ຄົນ ເສຍຊີວິດຍ້ອນລະເບີດ…!!!

ເດັກນ້ອຍ 2 ຄົນ ເສຍຊີວິດຍ້ອນລະເບີດ…!!!
ອົງການເກັບກູ້ລະເບີດແຂວງສາລະວັນແຈ້ງໃຫ້ຮູ້ວ່າ:ເດັກຊາຍ 2ຄົນ, ໄດ້ຖືກລະເບີດຕົກຄ້າງແຕກໃສ່ເສຍຊີວິດຄາທີ່ຫຼັງເກັບເອົາລູກບົມບີ ຢູ່ປ່າມາໂຍນຫຼິ້ນເປັນກິລາເປຕັງ.ເຫດການດັ່ງກ່າວເກີດຂຶ້ນໃນວັນທີ  13 ທັນວາ, ຢູ່ບ້ານນາດູ່ໃຫຍ່ຫ່າງຈາກ ເທສະບານ, ເມືອງຕຸ້ມລານ, ແຂວງສາລະ ວັນ, ທາງ  ທິດຕາເວັນອອກ 10 ກວ່າກິໂລ ແມັດ, ເຊິ່ງເດັກຊາຍ 2 ຄົນຄື: ທ້າວ ສີໄທ ອາຍຸ 12 ປີ ແລະ ທ້າວ ໂພຕາ  ອາຍຸ 13 ປີ, ໄດ້ພາກັນໄປເກັບເອົາລູກລະເບີດບົມບີ ຢູ່ປ່າແຄມບ້ານຂອງຕົນ, ຈາກນັ້ນກໍໄດ້ມາໂຍນຫຼິ້ນເປັນໝາກບູນ ຈົນລະເບີດຂຶນເຮັດ ໃຫ້ເດັກທັງ 2 ເສຍຊີວິດທັນທີ ໃນສະພາບຮ່າງກາຍຂາດເຄິ່ງ. ສາລະວັນເປັນແຂວງທີ່ມີລະເບີດຕົກຄ້າງມາແຕ່ປາງສົງຄາມຫຼາຍເປັນອັນດັບ 3 ຂອງລາວ. ແຕ່ລະປີມີຜູ້ເສຍຊີວິດ ແລະ ເຈັບຍ້ອນລະເບີດເຫຼົ່ານັ້ນບໍ່ໜ້ອຍກ່ວາ 2-4 ຄົນ. ປັດຈຸບັນອົງການເກັບກູ້ລະເບີດແຂວງດັ່ງກ່າວໄດ້ ເອົາໃຈໃສ່ກຳຈັດລະ ເບີດເຫຼົ່ານັ້ນໃຫ້ໝົດໄປເທື່ອລະກ້າວ.

ຂໍ້ມູນຈາກ: ໜັງສືພິມລາຍວັນ ລາວພັດທະນາ 

ລະບົບໄອທີຊ່ວຍຈາລະຈອນ


ສາລະບານ
•ບັນຫາຈາລະຈອນ
•ສາເຫດຫຼັກ
•ການນຳເອົາລະບົບໄອທີເຂົ້າຊ່ວຍໃນການໃຫ້ ຄວາມຮູ້ດ້ານຈາລະຈອນ


ສາເຫດຫຼັກ

ລົດຕິດ
•ຜູ້ຂັບຂີ່ບາງຄົນ:
–ບໍ່ເຂົ້າໃຈກົດຈາລະຈອນຢ່າງແທ້ຈິງ
–ບໍ່ປະຕິບັດຕາມກົດຈາລະຈອນ
–ບໍ່ມີມະລາຍາດໃນການຂັບຂ່ີ
•ລົດຫຼາຍ ແລະ ຊ່ວຍໂມງຮີບດ່ວນ

ອຸປະຕິເຫດ

•ຜູ້ຂັບຂີ່ບາງຄົນ:
–ບໍ່ເຂົ້າໃຈກົດຈາລະຈອນຢ່າງແທ້ຈິງ
–ບໍ່ປະຕິບັດຕາມກົດຈາລະຈອນ
–ບໍ່ມີມະລາຍາດໃນການຂັບຂ່ີ
–ເມົາແລ້ວຂັບ
–ລົມໂທລະຊັບຍາມຂັບລົດ
•ລົດຫຼາຍ ແລະ ຊ່ວຍໂມງຮີບດ່ວນ

•ສ້າງຖານຂໍ້ມູນຂອງກົດຈາລະຈອນ

•ເຜີຍແຜ່ ແລະ ໂຄສະນາທາງ website
•ເຜີຍແຜ່ ແລະ share ຜ່ານ Facebook ເພາະປະຈຸບັນ ຄົນໃຊ້ Facebook ຫຼາຍ
(ເຜີຍແຜ່ ແລະ ໂຄສະນາດ້ວຍພາບເຄື່ອນໄຫວ ປະກອບກັບທິດສະດີ)