ມາດຕາ 80 ນະໂຍບາຍຕໍ່ຜູ້ມີຜົນງານ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການປະຕິບັດກົດໝາຍສະບັບນີ້ ເປັນຕົ້ນ ການປະກອບສ່ວນເຂົ້າໃນວຽກງານຄວາມປອດໄພທາງຖະໜົນ, ຄວາມເປັນລະບຽບຮຽບ ຮ້ອຍໃນການຈະລາຈອນ ແລະ ການປົກປັກຮັກສາສິ່ງແວດລ້ອມຕາມເສັ້ນທາງ ຈະໄດ້ຮັບການຍ້ອງ ຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ.
ມາດຕາ 81 ມາດຕະການຕໍ່ຜູ້ລະເມີດ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະ ລະບຽບກົດໝາຍ ອື່ນທີ່ກ່ຽວຂ້ອງ ຈະຖືກສຶກສາອົບຮົມ, ລົງວິໄນ, ປັບໃໝ, ໃຊ້ແທນຄ່າເສັຍຫາຍທາງແພ່ງ ຫຼື ດໍາເນີນ ຄະດີຕາມກົດໝາຍ ແລ້ວແຕ່ກໍລະນີ ເບົາ ຫຼື ໜັກ.
ມາດຕາ 82 ມາດຕະການສຶກສາອົບຮົມ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະ ລະບຽບກົດ ໝາຍອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ຂໍ້ຫ້າມ ທີ່ມີລັກສະນະເບົາ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຈະ ຖືກສຶກສາອົບຮົມ ແລະ ກ່າວເຕືອນ.
ມາດຕາ 83 (ໃໝ່) ມາດຕະການທາງວິໄນ
ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ແລະ ພະນັກງານທີ່ກ່ຽວຂ້ອງ
ທີ່ໄດ້ລະເມີດ ກົດໝາຍສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ ເປັນຕົ້ນ ຂໍ້ຫ້າມ ທີ່ມີລັກສະນະເບົາ
ຊຶ່ງບໍ່ ເປັນການກະທຳຜິດທາງອາຍາ, ກໍ່ຄວາມເສັຍຫາຍບໍ່ຫຼວງຫຼາຍ ແລະ ບໍ່ຈິງໃຈລາຍງານການກະທຳ ຜິດ, ຫຼົບຫຼີກຈາກຄວາມຜິດຂອງຕົນ
ຈະຖືກລົງວິໄນຕາມລະບຽບການ ເຊັ່ນ ກ່າວເຕືອນຄວາມຜິດ, ໂຈະການເລື່ອນຊັ້ນ ຫຼື ໃຫ້ອອກຈາກລັດຖະການ.
ມາດຕາ
84 (ປັບປຸງ) ມາດຕະການປັບໃໝ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ລະເມີດກົດໝາຍສະບັບນີ້
ແລະ ລະບຽບກົດ ໝາຍອື່ນທີ່ກ່ຽວຂ້ອງ ຊຶ່ງບໍ່ເປັນການກະທຳຜິດທາງອາຍາ ຈະຖືກປັບໃໝ ໃນກໍລະນີ
ດັ່ງນີ້:
- ຂັບຂີ່ຍານພາຫະນະໃນສະພາບມຶນເມົາ ເກີນອັດຕາທີ່ກຳນົດ;
- ຂັບຂີ່ຍານພາຫະນະດ້ວຍຄວາມໄວເກີນກຳນົດ;
- ຂັບຂີ່ລົດຈັກ
ບໍ່ໃສ່ໝວກກັນກະທົບ;
- ກັ້ງຄັນຮົ່ມຂີ່ລົດຈັກ;
- ໃຊ້ໂທລະສັບ,
ເບິ່ງໂທລະພາບ ຫຼື ຫຼິ້ນເຄື່ອງເອເລັກໂຕຣນິກ ໃນເວລາຂັບຂີ່;
- ລະເມີດ
ໄຟອຳນາດ, ປ້າຍສັນຍານ ແລະ ເຄື່ອງໝາຍຈະລາຈອນທາງບົກ;
- ບໍ່ມີ
ໃບຂັບຂີ່ ຕາມປະເພດຍານພາຫະນະ
ທີ່ຕົນຂັບ,
ບໍ່ມີເອກະສານຍານພາຫະນະ;
- ແລ່ນຜິດທາງ
ທີ່ກຳນົດໄວ້;
- ແລ່ນລົດ
ທີ່ມີສຽງດັງເກີນມາດຕະຖານ;
- ໄຕ້ໄຟຕາສູງບໍ່ຖືກຕາມກົດຈະລາຈອນ;
- ບໍ່ໄຕ້ໄຟຕາໃນຍາມກາງຄືນ;
- ໄຕ້ໄຟຕາດຽວ ສຳລັບລົດສີ່ລໍ້ຂຶ້ນໄປ;
- ບໍ່ໄຕ້ໄຟຕາໃນຍາມກາງເວັນເວລາສະພາບອາກາດມືດມົວ ເຊັ່ນ
ຝົນຕົກແຮງ, ໝອກ ລົງໜາ, ຂີ້ຝຸ່ນໄງ່;
- ມີຄວັນດຳ,
ຄວັນຂາວ ເກີນມາດຕະຖານ;
- ບໍ່ມີຫ້າມລໍ້
ຫຼື ບໍ່ໄດ້ມາດຕະຖານເຕັກນິກ, ບໍ່ມີແວ່ນສ່ອງຫລັງ;
- ສ້າງຄວາມເປິະເປື້ອນ
ຫຼື ສິ່ງກີດຂວາງຕາມເສັ້ນທາງ;
- ບັນທຸກເກີນນໍ້າໜັກ,
ເກີນຂະໜາດ, ເກີນຈໍານວນ;
- ດັດແປງເຕັກນິກ ຂອງຍານພາຫະນະ ໂດຍບໍ່ໄດ້ຮັບອະນຸຍາດ;
- ລະເມີດກົດຈະລາຈອນ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.
ສຳລັບອັດຕາປັບໃໝ ໄດ້ກຳນົດໄວ້ໃນລະບຽບການສະເພາະ.
ມາດຕາ
85 (ໃໝ່) ມາດຕະການທາງແພ່ງ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ
ທີ່ໄດ້ລະເມີດກົດໝາຍສະບັບນີ້ ແລະ ໄດ້ກໍ່ຄວາມ ເສັຍຫາຍ ຕ້ອງໃຊ້ແທນຄ່າເສັຍຫາຍ ທີ່ຕົນໄດ້ກໍ່ຂຶ້ນ.
ມາດຕາ
86 ມາດຕະການທາງອາຍາ
ບຸກຄົນ ທີ່ໄດ້ລະເມີດກົດໝາຍສະບັບນີ້
ຊຶ່ງເປັນການກະທໍາຜິດທາງອາຍາ ຈະຖືກລົງໂທດ ຕາມກົດໝາຍອາຍາ.
ມາດຕາ 87 (ໃໝ່) ມາດຕະການໂທດເພີ່ມ
ນອກຈາກ
ໂທດຕົ້ນຕໍທີ່ໄດ້ກຳນົດໄວ້ໃນມາດຕາ 86 ຂອງກົດໝາຍສະບັບນີ້ແລ້ວ ຜູ້ກະ ທຳຜິດຍັງຈະຖືກປະຕິບັດໂທດເພີ່ມ
ເຊັ່ນ ຕັດຄະແນນຂອງໃບຂັບຂີ່ ຫຼື ຖອນໃບຂັບຂີ່ ຕາມລະບຽບ ການສະເພາະ.
ພາກທີ XII
ບົດບັນຍັດສຸດທ້າຍ
ມາດຕາ
88 ການຈັດຕັ້ງປະຕິບັດ
ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດ ກົດໝາຍສະບັບນີ້.
ມາດຕາ
89 ຜົນສັກສິດ
ກົດໝາຍສະບັບນີ້ ມີຜົນສັກສິດພາຍຫຼັງ ຫົກສິບ
ວັນ ນັບແຕ່ວັນປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ
ປະຊາຊົນລາວ ອອກລັດຖະດຳລັດປະກາດໃຊ້ ເປັນຕົ້ນໄປ.
ກົດໝາຍສະບັບນີ້
ປ່ຽນແທນກົດໝາຍວ່າດ້ວຍ ການຈະລາຈອນທາງບົກ ສະບັບເລກທີ 02/ສພຊ ລົງວັນທີ 08 ເມສາ 2000.
ຂໍ້ກຳນົດ, ບົດບັນຍັດໃດ ທີ່ຂັດກັບກົດໝາຍສະບັບນີ້ ລ້ວນແຕ່ຖືກຍົກເລີກ.
ມາດຕາ 79 (ໃໝ່) ເຄື່ອງແບບ ແລະ ເຄື່ອງໝາຍ
ເຄື່ອງແບບ, ເຄື່ອງໝາຍ ຂອງຕຳຫຼວດຈະລາຈອນ ແລະ ຕໍາຫຼວດທາງຫຼວງ
ໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນຜູ້ກຳນົດ.
ເຄື່ອງແບບ, ເຄື່ອງໝາຍ ຂອງເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ
ເປັນຜູ້ກຳນົດ.



