ສະມາຄົມແລະມູນນິທິກ່ຽວກັບການຈະລາຈອນທາງບົກ



ໝວດທີ 1
ສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນ

ມາດຕາ 45 (ໃໝ່)  ທີ່ຕັ້ງ ຂອງສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນ
ສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນ ແມ່ນ ອົງການຈັດຕັ້ງສັງຄົມໜຶ່ງ ທີ່​ຂຶ້ນ​ກັບ​ຂະແໜງການ​ໂຍທາ​ທິການ ​ແລະ ຂົນ​ສົ່ງ, ສ້າງ​ຕັ້ງ​ຂຶ້ນຕາມລະບຽບກົດໝາຍ, ເປັນບ່ອນ ເຕົ້າໂຮມ ຜູ້ດໍາເນີນທຸລະກິດ ກ່ຽວ​ກັບການ​ຈະລາຈອນທາງບົກ ​ແລະ ທຸກ​ພາກສ່ວນ​ຂອງ​ສັງຄົມ ເພື່ອປະກອບສ່ວນ​ເຂົ້າໃນການພັດທະນາວຽກງານຈະລາຈອນທາງບົກ ໃຫ້ມີປະສິດທິຜົນ ແລະ ມີ ຄວາມເປັນລະບຽບຮຽບຮ້ອຍ
 ມາດຕາ 46 (ໃໝ່)  ພາລະບົດບາດຂອງສະມາຄົມ
ສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນ ມີພາລະບົດບາດເຕົ້າໂຮມຄວາມສາມັກຄີ, ສະຕິປັນຍາ ຂອງນັກວິຊາການ, ຜູ້ດຳເນີນທຸລະກິດກ່ຽວກັບການຈະລາຈອນທາງບົກແລະ ທຸກພາກສ່ວນຂອງສັງຄົມ, ເຄື່ອນໄຫວ ຢູ່ພາຍໃຕ້ລັດຖະທຳມະນູນ, ກົດໝາຍ, ກົດລະບຽບ ແລະ ຈັນຍາບັນຂອງຕົນ ເພື່ອປົກປ້ອງ, ສົ່ງເສີມ ແລະ ພັດທະນາວິຊາຊີບຂອງ​ຕົນ ປະກອບສ່ວນເຂົ້າໃນ ການສ້າງຄຸນປະໂຫຍດ ໃຫ້ແກ່ສັງຄົມ ແລະ ການສ້າງສາພັດທະນາປະເທດຊາດ.

ມາດຕາ 47 (ໃໝ່)  ສິດ ແລະ ໜ້າທີ່ຂອງສະມາຄົມ
   ສະມາຄົມ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1.  ສ້າງກົດລະບຽບ, ແຜນການ​ເຄື່ອນ​ໄຫວ​ວຽກ​ງານ​ຂອງ​ຕົນ, ໂຄສະນາ, ເຜີຍແຜ່ ນະໂຍບາຍ, ລະບຽບກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະກອບສ່ວນເຂົ້າໃນ ການພັດທະນາການຈະລາຈອນທາງບົກ;
2. ຊ່ວຍເຫລືອ, ສ້າງ, ສົ່ງເສີມສະມາຊິກຂອງຕົນ ແລະ ແກ້ໄຂຄໍາສະເໜີຂອງສະ ມາຊິກ ໃນການປະຕິບັດໜ້າທີ່ວຽກງານ ກໍຄື ການປະກອບວິຊາຊີບ ໃຫ້ມີຄວາມກ້າວໜ້າ ແລະ ມີ ປະສິດທິຜົນ;
3. ຄຸ້ມຄອງ ແລະ ປົກປ້ອງສິດ ຜົນປະໂຫຍດອັນຊອບທຳຂອງສະມາຊິກ ບົນພື້ນ ຖານນະໂຍບາຍ ແລະ ລະບຽບກົດໝາຍ;
4. ສະ​ເໜີ​ໃຫ້​ມີການນໍາໃຊ້ວິທະຍາສາດເຕັກນິກ-ເຕັກໂນໂລຊີ ທີ່ທັນສະໄໝ ກ່ຽວກັບ ການຈະລາຈອນທາງບົກ;
5. ແລກປ່ຽນບົດຮຽນ, ປະສົບການ ກ່ຽວກັບການຈະລາຈອນທາງບົກ ເພື່ອຍົກລະດັບ ຄວາມຮູ້, ຄວາມສາມາດຂອງສະມາຊິກ;
6. ລະດົມ​ທຶນ​ຈາກທຸກ​ພາກສ່ວນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ເຂົ້າ​ໃນ​ວຽກ​ງານ​ຈະ ລາຈອນທາງບົກ;
7. ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນສະມາຄົມ ແລະ ບັນດານັກວິຊາ ການດ້ວຍກັນ ແລະ ພົວພັນ ຮ່ວມມືກັບສະມາຄົມອື່ນ ທັງພາຍໃນ ແລະ ຕ່າງປະເທດ ຕາມການ ມອບໝາຍ;
8. ສະຫຼຸບ ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້​ຂະ​ແໜງ​ການ​ໂຍ ທາ​ທິການ  ​ແລະ ຂົນ​ສົ່ງ ​ແລະ ຂະ​ແໜງ​ການ​ອື່ນ​ທີ່​ກ່ຽວຂ້ອງ ຢ່າງ​ເປັນ​ປົກກະຕິ;
9. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ.





ໝວດທີ 2
ມູນນິທິກ່ຽວກັບການຈະລາຈອນທາງບົກ

ມາດຕາ 48 (ໃໝ່)  ມູນນິທິ
ມູນນິທິກ່ຽວກັບການຈະລາຈອນທາງບົກ ແມ່ນ ອົງການຈັດຕັ້ງສັງຄົມໜຶ່ງທີ່ບໍ່ຫວັງຜົນ ກໍາໄລ, ສ້າງຕັ້ງ ແລະ ເຄື່ອນໄຫວພາຍໃຕ້ກົດໝາຍ ແລະ ກົດລະບຽບຂອງຕົນ ເພື່ອຊ່ວຍເຫຼືອ, ກອບກູ້ຜູ້ຖືກເຄາະຮ້າຍ ຈາກອຸປະຕິເຫດທາງຖະໜົນ ປະກອບສ່ວນເຂົ້າໃນວຽກງານຄວາມປອດ ໄພທາງຖະໜົນ.

ມາດຕາ 49 (ໃໝ່)  ສິດ ແລະ ໜ້າທີ່ ຂອງມູນນິທິ
   ມູນນິທິ ມີ ສິດ ແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:
1.   ຊ່ວຍເຫຼືອ ແລະ  ກອບ​ກູ້​ຜູ້ຖືກເຄາະຮ້າຍຈາກອຸປະຕິ​ເຫດ ທາງ​ຖະໜົນ;
2.   ລະດົມ, ຂົນຂວາຍ ແລະ ຮັບການຊ່ວຍເຫຼືອທາງດ້ານເຕັກນິກ, ວິຊາການ, ທຶນ, ວັດຖູປະກອນ ແລະ ພາຫະນະ ຈາກສັງຄົມ ທັງຢູ່ພາຍໃນ ແລະ ຕ່າງປະເທດ;
3.   ນຳໃຊ້ຍານພາຫະນະ, ອຸປະກອນວິຊາສະເພາະ ທີ່ເໝາະສົມ ໃນການປະຕິບັດ ໜ້າທີ່ ຂອງຕົນ;
4.   ປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ໃນການຊ່ວຍເຫຼືອ ແລະ ກອບ​ກູ້​ຜູ້ຖືກ ເຄາະຮ້າຍຈາກອຸປະຕິ​ເຫດທາງ​ຖະໜົນ, ແລກປ່ຽນບົດຮຽນ, ປະສົບການກັບມູນນິທິ ແລະ ພາກ ສ່ວນອື່ນທີ່ກ່ຽວຂ້ອງ;
5.   ສະຫຼຸບ ລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງຕົນ​ໃຫ້​ຂະ​ແໜງ​ການ​ໂຍທາ​ ທິການ ​ແລະ ຂົນ​ສົ່ງ ​ແລະ ຂະ​ແໜງ​ການ​ອື່ນ​ທີ່​ກ່ຽວຂ້ອງ ຢ່າງ​ເປັນ​ປົກກະຕິ.