VIຂໍຫ້າມ



ມາດຕາ 50 (ໃໝ່)  ຂໍ້ຫ້າມທົ່ວໄປ
   ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກໍາ ດັ່ງນີ້:
1.  ທຳລາຍລະບົບສັນຍານຈະລາຈອນຕາມເສັ້ນທາງ ເຊັ່ນ ປ້າຍສັນຍານ, ເຄື່ອງໝາຍ, ໄຟສັນຍານຈະລາຈອນ ລວມທັງສ້າງສິ່ງເປີະເປື້ອນ ແລະ ປິດ ບັງ ປ້າຍສັນຍານຈະລາຈອນ;
2.  ຕິດປ້າຍທະບຽນລົດ ທີ່ບໍ່ຖືກຕ້ອງຕາມລະບຽບການ;
3.  ຕິດຕັ້ງປ້າຍ, ຕັ້ງປ້າຍໂຄສະນາ, ວາງເຄື່ອງໝາຍ​​, ວາງເຄື່ອງຂາຍ, ຈັດພິທີ ຕາມເສັ້ນທາງ, ຢູ່ເທິງທາງຍ່າງ ແລະ ເຂດສະຫງວນຂອງທາງ ໂດຍບໍ່ໄດ້ຮັບອະນຸຍາດ;
4.  ຫຼິ້ນກິລາຕາມແຄມທາງ, ທາງຄົນຍ່າງ;
5.  ກໍ່ສ້າງ, ຕໍ່ເຕີມອາຄານ, ສິ່ງປຸກສ້າງເລື່ອມອົາເຂດສະຫງວນຂອງທາງ​;
6.  ດໍາເນີນກິດຈະການຕ່າງໆ ຢູ່ບ່ອນທາງໂຄ້ງ, ທາງແຄບ ຫຼື ​ແຄມ​ທາງ​ທີ່​ບໍ່​ມີ​ບ່ອນ​ຈອດ​ລົດ ທີ່ເປັນອັນຕະລາຍ ແລະ ສ່ຽງຕໍ່ການເກີດອຸບປະຕິເຫດ;
7.  ຂຸດດິນ, ຖົມດິນ, ກອງດິນ, ກອງວັດສະດຸໃສ່ທາງ ແລະ ແຄມທາງ;
8.  ຖິ້ມຂີ້ເຫຍື້ອ, ຖອກ ຫຼື ປ່ອຍນ້ຳເປື້ອນ, ນໍ້າໂສໂຄກ, ຖອກນ້ຳມັນ, ລ້າງລົດໃສ່ ທາງ ແລະ ແຄມທາງ;
9.  ຈອດລົດ ຢູ່ເທິງທາງຍ່າງ, ທາງຄົບ, ທາງແຍກ, ທາງໂຄ້ງ, ທາງທີ່ຫຼີກກັນບໍ່ໄດ້, ທາງເຂົ້າ-ອອກຂົວ ແລະ ໃນຂົວ;    
10.  ປະປ່ອຍເດັກ ຂ້າມທາງ, ຫຼີ້ນຢູ່ຕາມແຄມທາງ ໂດຍລຳພັງ;
11.  ລ້ຽງ, ປ່ອຍສັດລ້ຽງຕາມເສັ້ນທາງ, ເຄື່ອນຍ້າຍສັດລ້ຽງຕາມເສັ້ນທາງ ໂດຍບໍ່ມີຜູ້ ຄວບຄຸມ;
12.  ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 51 (ໃໝ່)  ຂໍ້ຫ້າມສໍາລັບຜູ້ນໍາໃຊ້​ເສັ້ນທາງ
   ຫ້າມ ຜູ້ນໍາໃຊ້ເສັ້ນທາງ ມີພຶດຕິກໍາ ດັ່ງນີ້:
1.   ຂັບ​ຂີ່​​ໃນ​ສະພາບ​ມຶນ​ເມົາ;
2.   ຂັບ​ຂີ່​ຍານພາຫະນະ​ ໄວ​ເກີນ​ກຳນົດ, ຂັບ​ຂີ່​ເຈີດ​ຊ້າຍ ເຈີດ​ຂວາ, ຊ່ວງ​ຊີງ​ຍານພາ ຫະນະ​ອື່ນ ​ດ້ວຍ​ຄວາມ​ປະ​ໝາດ ​ແລະ ບໍ່​ຖືກ​ຕາມ​ກົດ​​​ຈະລາຈອນ;
3.   ໃຊ້ໂທລະສັບມືຖື, ເຄື່ອງຫຼິ້ນເອເລັກໂຕຣນິກປະເພດຕ່າງໆ ໃນເວລາຍ່າງຂ້າມ ທາງ;
4.   ໃຊ້​ໂທລະສັບມື​ຖື, ​ເບິ່ງ​ໂທລະພາບ, ຮູບ​ພາບ VCD, DVD ເຄື່ອງຫຼິ້ນເອເລັກ ໂຕຣນິກປະເພດຕ່າງໆ ໃນເວລາຂັບຂີ່;
5.   ຍ່າງຮຽງກັນ ເປັນໜ້າກະດານ, ເປັນພຶງ, ເປັນແພ ທີ່ກີດຂວາງການສັນຈອນ;
6.   ຂັບ​ຂີ່​ລົດຈັກ, ລົດຖີບ​ທຸກ​ຊະນິດ ຮຽງ​ກັນ ທີ່ກີດຂວາງການສັນຈອນ​;
7.   ຈອດລົດໃຫຍ່ຮຽງກັນຕາມເສັ້ນທາງ ທີ່ກີດຂວາງການສັນຈອນ;
8.   ກັ້ງຄັນຮົ່ມໃນເວລາຂັບຂີ່ລົດຈັກ, ລົດຖີບ;
9.   ບັນທຸກຜູ້ໂດຍສານເກີນຈໍານວນ​​, ສິນຄ້າ​ເກີນນໍ້າໜັກ ຫຼື ຂະໜາດ ທີ່ກໍານົດ;
10.  ບັນທຸກ​ວັດຖຸອັນຕະລາຍ ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ;
11.  ສ້ອມແປງຍານພາຫະນະ ຢູ່ກາງທາງ, ກາງຂົວ;
12. ​ ເປີດ​ເຄື່ອງ​ສຽງດັງ​ເກີນ​ກຳນົດໃນເວລາຂັບຂີ່;
13.  ແຂ່ງ​ລົດ​ທຸກ​ຊະນິດ ຕາມ​ເສັ້ນທາງ ໂດຍບໍ່ໄດ້ຮັບອະນຸຍາດ;
14.  ປະທ່ອນ​ໄມ້, ຟົດໄມ້, ກ້ອນ​ຫີນ ຫຼື ສິ່ງກີດຂວາງອື່ນ ທີ່​ໝູນ​​ຕີນລົດໄວ້ຕາມເສັ້ນ ທາງ;
15.  ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບກົດໝາຍ.

ມາດຕາ 52 (ໃໝ່)  ຂໍ້​ຫ້າມ​ສຳລັບ​ຜູ້ດຳ​ເນີນ​ທຸລະ​ກິດກ່ຽວ​ກັບການ​ຈະລາຈອນ​ທາງບົກ
   ຫ້າມ​ ຜູ້​ດຳ​ເນີນ​ທຸລະ​ກິດ ກ່ຽວ​ກັບການ​ຈະລາຈອນທາງບົກ ​ມີ ພຶດຕິກໍາ ​ດັ່ງ​ນີ້:
1.   ​​ໃຫ້​ເຊົ່າ ແລະ ​ໂອນໃບ​ອະນຸຍາດ​ດຳ​ເນີນ​ທຸລະ​ກິດ;
2.   ຂາຍ, ມອບ​ໂອນ​ໂຄງການ​ກ່ຽວ​ກັບການ​ຈະລາຈອນທາງບົກ​ໂດຍ​ບໍ່​ໄດ້​ຮັບ​ອະນຸຍາດ ຈາກ​ເຈົ້າຂອງ​ໂຄງການ;
3.   ດຳ​ເນີນ​ທຸລະ​ກິດ ບໍ່​ຖືກ​ຕາມ​ປະ​ເພດ​ທີ່​ໄດ້​ຮັບ​ອະນຸຍາດ;
4.   ສົມຮູ້ຮ່ວມຄິດ, ​ຊື້ຈ້າງ, ໃຫ້ສິນບົນ​ເພື່ອ​ຜົນ​ປະ​ໂຫຍ​ດທາງທຸລະກິດຂອງ​ຕົນ;
5.   ມີ​ພຶດຕິກໍາ​ອື່ນ ທີ່​ເປັນ​ການລະ​ເມີດ​ລະບຽບ​ກົດໝາຍ.

ມາດຕາ 53 (ໃໝ່)  ຂໍ້​ຫ້າມ​ສຳລັບ​ເຈົ້າ​ໜ້າ​ທີ່ຄວບຄຸມການຈະລາຈອນ ​ແລະ ພະນັກງານ​ທີ່​ກ່ຽວຂ້ອງ
   ຫ້າມ ​ເຈົ້າ​ໜ້າ​ທີ່ຄວບຄຸມການຈະລາຈອນ ​ແລະ ພະນັກງານທີ່​ກ່ຽວຂ້ອງ ມີ​ ພຶດຕິກໍາ ດັ່ງນີ້:
1.   ດຳ​ເນີນ​ທຸລະ​ກິດ, ​ເປັນ​ທີ່​ປຶກສາ ຫຼື ​​ເປັນພະນັກງາ​ນວິຊາ​ການ ​ໃຫ້​ວິ​ສາ​ຫະກິດ ກ່ຽວ​ກັບ​ການ​ຈະລາຈອນ​ທາງບົກ;  
2.   ​ເປີດ​ເຜີຍ​ຂໍ້​ມູນ​ ກ່ຽວ​ກັບ​ການ​ປະມູນໂຄງການ ກໍ່ສ້າງ, ສ້ອມ​ແປງ​ ​ແລະ ຕິດ​ຕັ້ງກິດ ຈະການ​ຈະລາຈອນ​ທາງບົກ;
3.   ສົມຮູ້​ຮ່ວມ​ຄິດ, ຂໍ​ເອົາ, ທວງ​ເອົາ, ຮັບ​ສິນ​ບົນ, ​ໃຊ້​ອຳນາດ​ເກີນ​ຂອບ​ເຂດ, ປອມ ແປງ​ເອກະສານ, ສວຍ​ໃຊ້​ໜ້າ​ທີ່​ຕຳ​ແໜ່ງ ​ເພື່ອ​ຜົນ​ປະ​ໂຫຍ​ດສ່ວນ​ຕົວ ​ແລະ ໝູ່ຄະນະ;
4.   ​​ເມີນ​​ເສີຍ ຕໍ່​ໜ້າ​ທີ່​ຮັບຜິດຊອບ​ຂອງ​ຕົນ, ກົດ​ໜ່ວງ ​ຖ່ວງ​ດຶງ​ເອກະສານ ກ່ຽວ​ກັບການ​ຈະລາຈອນ​ທາງບົກ, ​ເມີນ​ເສີຍ​ຕໍ່​ການ​ກະທຳ​ທີ່​ບໍ່​ຖືກຕ້ອງ​ຂອງ​ຜູ້​ດຳ​ເນີນ​ທຸລະ​ກິດ;
5.   ​ໃຊ້​ວາຈາ​ ທ່າ​ທີ ບໍ່​ສຸພາບ, ນາບ​ຂູ່ ຜູ້​ນໍາໃຊ້ເສັ້ນທາງ ແລະ ຜູ້ຂັບ​ຂີ່​ຍານພາຫະນະ;
6.   ມີພຶດຕິກໍາ​ອື່ນ ທີ່​ເປັນ​ການລະ​ເມີດ​ລະບຽບ​ກົດໝາຍ.