ໝວດທີ 1
ລະບຽບການຈະລາຈອນທາງບົກ
ມາດຕາ 9 (ປັບປຸງ) ລະບຽບການທົ່ວໄປ
ໃນການຈະລາຈອນທາງບົກ ຢູ່ ສປປ ລາວ ໃຫ້ໃຊ້ກໍ້າຂວາ, ຜູ້ນຳໃຊ້ເສັ້ນທາງ ຕ້ອງໄປ ຕາມຊ່ອງຈະລາຈອນ
ຕາມທິດທາງທີ່ກຳນົດ ແລະ ຕ້ອງປະຕິບັດຕາມກົດໝາຍສະບັບນີ້ ແລະ ກົດ ຈະລາຈອນຢ່າງເຂັ້ມງວດ.
ກົດຈະລາຈອນທາງບົກ
ຕ້ອງໄດ້ຈັດເຂົ້າໃນຫຼັກສູດການຮຽນ-ການສອນ ໃນແຕ່ລະຊັ້ນຮຽນ ລວມທັງລະບົບອະນຸບານ, ສາມັນ ແລະ ວິຊາຊີບ ແລະ ຈັດຕັ້ງເຜີຍແຜ່ໃຫ້ທົ່ວສັງຄົມໄດ້ຮັບຮູ້ດ້ວຍຫຼາຍຮູບການ.
ມາດຕາ 10 (ໃໝ່) ລະບຽບການສໍາລັບຄົນຍ່າງ
ການຍ່າງຕາມທາງ ແລະ ຍ່າງຂ້າມທາງ ໃນຕົວເມືອງ, ເທດສະບານ ໃຫ້ປະຕິບັດ ດັ່ງນີ້:
-
ຍ່າງໄປຕາມທາງ ທີ່ໄດ້ກຳນົດໄວ້ສຳລັບໃຫ້ຄົນຍ່າງ, ຖ້າຫາກບໍ່ມີທາງສໍາລັບຄົນ ຍ່າງ ກໍໃຫ້ຍ່າງລຽບຕາມແຄມທາງເບື້ອງຊ້າຍ ເພື່ອໃຫ້ສາມາດແນມເຫັນລົດ ທີ່ແລ່ນເຂົ້າມາຫາຕົນ, ຖ້າຫາກມີຫຼາຍຄົນຍ່າງນຳກັນ ໃຫ້ຍ່າງຕາມຫຼັງກັນເປັນແຖວດຽວ ແລະ ແນບເຂົ້າແຄມທາງ ຍົກເວັ້ນ ການສວນສະໜາມ, ຂະບວນທາງການ, ຂະບວນແຫ່ພິທີທາງສາສະໜາ, ສົ່ງສະການ ຫຼື ຂະບວນ ຍ່າງອື່ນ ທີ່ໄດ້ຮັບອະນຸຍາດ;
-
ຍ່າງຂ້າມຕາມທາງມ້າລາຍ, ບ່ອນມີໄຟສັນຍານ, ຂົວຂ້າມທາງ, ອຸໂມງ ຫຼື ບ່ອນ ທີ່ກຳນົດໄວ້, ຖ້າຫາກບໍ່ມີບ່ອນຂ້າມຕາມທີ່ໄດ້ກໍານົດໄວ້ນີ້ ໃຫ້ຍ່າງຂ້າມທາງຢູ່ບ່ອນທີ່ເຫັນວ່າມີຄວາມ ປອດໄພ.
ທຸກຄົນ ມີໜ້າທີ່ຊ່ວຍເຫຼືອ ເດັກນ້ອຍ, ຜູ້ເຖົ້າ, ຄົນພິການ ແລະ ຜູ້ບໍ່ສາມາດຊ່ວຍຕົນເອງໄດ້ໃນເວລາຍ່າງຂ້າມທາງ.
ມາດຕາ 11 (ປັບປຸງ) ລະບຽບການຄຸ້ມຄອງສັດລ້ຽງ
ບໍ່ອະນຸຍາດໃຫ້ລ້ຽງ ແລະ ປ່ອຍສັດທຸກຊະນິດ
ຕາມເສັ້ນທາງຫຼວງ.
ການເຄື່ອນຍ້າຍສັດຕາມເສັ້ນທາງ ຕ້ອງມີຜູ້ຄວບຄຸມ ແລະ ຕ້ອງປະຕິບັດຕາມກົດຈະລາ ຈອນ.
ໃນກໍລະນີ ເກີດອຸບປະຕິເຫດຍ້ອນສັດລ້ຽງ ເຈົ້າຂອງ ຫຼື ຜູ້ຄອບຄອງສັດ ຕ້ອງຮັບຜິດ ຊອບຕໍ່ຄວາມເສັຍຫາຍ ທີ່ສັດລ້ຽງນັ້ນໄດ້ກໍ່ຂຶ້ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ຂໍ້ຜູກພັນໃນ ສັນຍາ ແລະ ນອກສັນຍາ.
ຢູ່ບ່ອນທີ່ມີການລ້ຽງ ຫຼື ຍ້າຍສັດຕາມເສັ້ນທາງຢ່າງເປັນປະຈໍາ
ຕ້ອງມີປ້າຍເຕືອນ ໃຫ້ລະ ວັງສັດ ເພື່ອໃຫ້ຜູ້ຂັບຂີ່ມີຄວາມລະມັດລະວັງ. ໃນກໍລະນີເກີດອຸບປະຕິເຫດໃນເຂດທີ່ມີປ້າຍເຕືອນນັ້ນ
ຜູ້ຂັບຂີ່ ຕ້ອງຮັບຜິດຊອບຕໍ່ຄວາມເສັຍຫາຍ ທີ່ເກີດຂຶ້ນ.
ມາດຕາ 12 (ໃໝ່) ລະບຽບການສໍາລັບຜູ້ຂັບຂີ່
ຜູ້ຂັບຂີ່ຍານພາຫະນະທຸກຊະນິດ
ມີ ໜ້າທີ່ ແລະ ຄວາມຮັບຜິດຊອບ ຕົ້ນຕໍ ດັ່ງນີ້:
-
ຕ້ອງມີເອກະສານທີ່ຈໍາເປັນ
ເປັນຕົ້ນ ໃບຂັບຂີ່, ໃບທະບຽນ, ໃບກວດກາເຕັກນິກ, ໃບເສັຍຄ່າທາງ, ໃບປະກັນໄພ; ສໍາລັບລົດຂົນສົ່ງສິນຄ້າ
ແລະ ໂດຍສານ ຍັງຕ້ອງມີເອກະສານອື່ນ ທີ່ກ່ຽວຂ້ອງ;
- ກວດກາສະພາບເຕັກນິກລົດ ເປັນປະຈໍາ ເພື່ອຮັບປະກັນຄວາມປອດໄພ
ແລະ ບໍ່ ໃຫ້ລົດເກີດຂັດຂ້ອງໃນເວລາເດີນທາງ;
- ໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກໃນການກວດກາຂອງເຈົ້າໜ້າທີ່
ຄວບຄຸມການຈະລາຈອນທາງບົກ;
- ແຈ້ງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ, ໃຫ້ຄວາມຊ່ວຍເຫລືອແກ່ຜູ້ໄດ້ຮັບບາດເຈັບ
ເມື່ອພົບເຫັນອຸບປະຕິເຫດ;
- ຢຸດ ແລະ ປ່ອຍທາງໃຫ້ແກ່ການສັນຈອນພິເສດ;
- ໃຫ້ບູລິມະສິດແກ່ຄົນຍ່າງຂ້າມທາງ;
- ຍົກຍ້າຍຍານພາຫະນະ ອອກຈາກຊ່ອງທາງການຈະລາຈອນໂດຍດ່ວນ ໃນກໍລະນີຍານພາຫະນະຕິດຂັດ, ເປ່ເພ ຢູ່ຕາມເສັ້ນທາງ.
ໝວດທີ 2
ການຂັບຂີ່ຍານພາຫະນະ
ມາດຕາ 13 (ໃໝ່) ເງື່ອນໄຂຂອງການສອບເສັງເອົາໃບຂັບຂີ່
ການສອບເສັງເອົາໃບຂັບຂີ່ ຕ້ອງມີເງື່ອນໄຂ ດັ່ງນີ້:
-
ມີໃບຢັ້ງຢືນຈົບຫຼັກສູດ ການຮຽນຂັບລົດ;
- ມີໃບຢັ້ງຢືນສຸຂະພາບ;
-
ມີອາຍຸ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 14 ຂອງກົດໝາຍສະບັບນີ້.
ການສອບເສັງ ແລະ ການອອກໃບຂັບຂີ່ ຕ້ອງປະຕິບັດຕາມລະບຽບການຂອງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ຢ່າງເຂັ້ມງວດ.
ເງື່ອນໄຂຂອງການສອບເສັງເອົາໃບຂັບຂີ່
ສຳລັບຄົນພິການ ແລະ ເສັຍອົງຄະ ໄດ້ກໍານົດ ໄວ້ໃນລະບຽບການສະເພາະ.
ມາດຕາ 14 (ປັບປຸງ) ອາຍຸຂອງຜູ້ສອບເສັງເອົາໃບຂັບຂີ່
ຜູ້ສອບເສັງເອົາໃບຂັບຂີ່ລົດແຕ່ລະປະເພດ ຕ້ອງມີປະສົບການ ແລະ ມີ ອາຍຸ
ດັ່ງນີ້:
- ແຕ່ ສິບຫ້າ ປີຂຶ້ນໄປ ສໍາລັບລົດຈັກ ຄວາມແຮງບໍ່ເກີນ 125 cc;
- ແຕ່ ສິບແປດ ປີ ຂຶ້ນໄປ ສໍາລັບລົດຈັກ ຄວາມແຮງ ແຕ່ 125 cc ຂຶ້ນໄປ, ລົດສາມລໍ້, ລົດໄຖນາທີ່ແກ່ລໍ້, ລົດຕ໋ອກໆ, ລົດຂົນສົ່ງສ່ວນຕົວ ແລະ ລົດຂົນສົ່ງສະເພາະ ບໍ່ເກີນ ເກົ້າ ບ່ອນນັ່ງ ລວມທັງຜູ້ຂັບຂີ່ ຫຼື ນ້ຳໜັກລວມບໍ່ເກີນ 3.500 ກິໂລກຣາມ, ລົດຂົນສົ່ງໂດຍສານ ບໍ່ເກີນ ເກົ້າ ບ່ອນນັ່ງ ລວມທັງຜູ້ຂັບຂີ່;
- ແຕ່ ຊາວເອັດ ປີ ຂຶ້ນໄປ ສໍາລັບລົດຂົນສົ່ງສິນຄ້າ, ເຄື່ອງຂອງ ທີ່ມີນ້ຳໜັກ
ລວມແຕ່ 3.500 ກິໂລກຣາມ ເຖິງ 7.000 ກິໂລກຣາມ, ລົດໄຖນາໃຫຍ່, ລົດຂົນສົ່ງໂດຍສານ ບໍ່ເກີນ ສິບຫ້າ ບ່ອນນັ່ງ
ລວມທັງຜູ້ຂັບຂີ່, ລົດຫົວລາກທີ່ແກ່ເຄິ່ງຫາງລາກ;
- ແຕ່ ຊາວຫ້າ ປີ ຂຶ້ນໄປ ສໍາລັບລົດຂົນສົ່ງສິນຄ້າ, ເຄື່ອງຂອງ ທີ່ມີນ້ຳໜັກລວມ ບໍ່ເກີນ 15.000 ກິໂລກຣາມ, ລົດຫົວລາກທີ່ແກ່ເຄິ່ງຫາງລາກ,
ລົດຂົນສົ່ງທົ່ວໄປທີ່ແກ່ຫາງລາກ ນໍ້າ ໜັກລວມບໍ່ເກີນ 750 ກິໂລກຣາມ, ລົດຂົນສົ່ງໂດຍສານ ບໍ່ເກີນ ສາມສິບຫ້າ ບ່ອນນັ່ງ;
- ແຕ່ ຊາວແປດ ປີ ຂຶ້ນໄປ ສໍາລັບລົດຂົນສົ່ງສິນຄ້າ ນໍ້າໜັກບັນທຸກເກີນ
15.000 ກິໂລກຣາມ, ລົດຫົວລາກທີ່ແກ່ເຄິ່ງຫາງລາກ, ລົດຂົນສົ່ງທົ່ວໄປທີ່ແກ່ຫາງລາກ
ນໍ້າໜັກລວມ ເກີນ 750 ກິໂລກຣາມຂຶ້ນໄປ ແລະ
ລົດຂົນສົ່ງໂດຍສານ ແຕ່ສາມສິບຫົກບ່ອນນັ່ງຂຶ້ນໄປ.
ມາດຕາ 15 (ໃໝ່) ໃບຂັບຂີ່
ໃບຂັບຂີ່ຍານພາຫະນະທີ່ ສປປ ລາວ ອອກໃຫ້ ມີ ໃບຂັບຂີ່ພາຍໃນ ແລະ ໃບຂັບຂີ່ສາ ກົນ.
ໃບຂັບຂີ່ພາຍໃນ ແມ່ນ ອອກໃຫ້ແກ່ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດ ທີ່ໄດ້ຜ່ານການສອບເສັງ ຢູ່ ສປປ ລາວ ເພື່ອນຳໃຊ້ ຢູ່ພາຍໃນປະເທດ ແລະ ຢູ່ບັນດາປະເທດ ທີ່ມີການຮັບຮູ້ໃບຂັບຂີ່ ຊຶ່ງກັນ ແລະ ກັນ, ມີອາຍຸການນຳໃຊ້ ຫ້າປີ ແລະ ສາມາດ ຕໍ່ໄດ້ຄັ້ງລະ ຫ້າ ປີ.
ໃບຂັບຂີ່ສາກົນ ແມ່ນ ອອກໃຫ້ພົນລະເມືອງລາວ, ຊາວຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນ ຕ່າງປະເທດ ທີ່ມີໃບຂັບຂີ່ພາຍໃນມາແລ້ວ ເພື່ອນຳໃຊ້ຢູ່ຕ່າງປະເທດ.
ຂະໜາດ, ລັກສະນະ ແລະ ມາດຕະຖານຂອງໃບຂັບຂີ່ ໄດ້ກໍານົດໄວ້ໃນລະບຽບການສະ
ເພາະ.
ມາດຕາ 16 (ປັບປຸງ) ປະເພດໃບຂັບຂີ່ຕາມຊະນິດຍານພາຫະນະ
ໃບຂັບຂີ່ພາຍໃນ ຈັດຕາມຊະນິດຍານພາຫະນະ ດ້ວຍຕົວອັກສອນລາເເຕງ ດັ່ງນີ້:
- A : ລົດຈັກສອງລໍ້ ຄວາມແຮງບໍ່ເກີນ 125 cc;
- A1: ລົດຈັກສອງລໍ້ ຄວາມແຮງແຕ່ 125 cc ຂຶ້ນໄປ;
-
A2: ລົດຈັກສາມລໍ້ສ່ວນຕົວ
ແລະ ລົດສອງລໍ້, ສາມລໍ້ ໂດຍສານ;
-
A3: ລົດໄຖນາທີ່ແກ່ລໍ້, ລົດຕ໋ອກໆ;
- B: ລົດເບົາ ນ້ຳໜັກລວມ ຕໍ່າກວ່າ 3.500 ກິໂລກຣາມ, ບໍ່ເກີນ ເກົ້າ ບ່ອນນັ່ງ ລວມທັງຜູ້ຂັບຂີ່;
-
C: ລົດຂົນສົ່ງສິນຄ້າ ນ້ຳໜັກລວມ ແຕ່ 3.500 ກິໂລກຣາມ
ຫາ 7.500 ກິໂລກຣາມ;
-
C1: ລົດຂົນສົ່ງສິນຄ້າ ນໍ້າໜັກລວມ ເກີນກວ່າ 7.500 ກິໂລກຣາມ ຫາ 15.000 ກິໂລກຣາມ;
-
C2: ລົດຂົນສົ່ງສິນຄ້າ ນໍ້າໜັກລວມ ເກີນກວ່າ 15.000 ກິໂລກຣາມ;
-
D: ລົດຂົນສົ່ງໂດຍສານ ປະເພດ 4 ລໍ້ ຂຶ້ນໄປ, ບໍ່ເກີນ ສິບຫ້າ ບ່ອນນັ່ງ;
-
D1:
ລົດຂົນສົ່ງໂດຍສານ ແຕ່ ສິບຫົກ ຫາ ສາມສິບຫ້າ ບ່ອນນັ່ງ;
-
D2:
ລົດຂົນສົ່ງໂດຍສານ ແຕ່ ສາມສິບຫົກ ບ່ອນນັ່ງຂຶ້ນໄປ;
-
E: ລົດເບົາ (B), ລົດຂົນສົ່ງສິນຄ້າ (C) ແລະ ລົດຂົນສົ່ງໂດຍສານ (D) ທີ່ແກ່ຫາງລາກ ນ້ຳໜັກລວມ ບໍ່ເກີນ 750 ກິໂລກຣາມ;
-
E1: ລົດຂົນສົ່ງສິນຄ້າ (C2) ແກ່ຫາງລາກ ນ້ຳໜັກລວມ ເກີນກວ່າ 750 ກິໂລ ກຣາມ.
ມາດຕາ 17 (ປັບປຸງ) ໃບຂັບຂີ່ຕ່າງປະເທດ
ໃບຂັບຂີ່ຕ່າງປະເທດ
ແມ່ນ ໃບອະນຸຍາດໃຫ້ຂັບຂີ່ຍານພາຫະນະ ຊຶ່ງອອກຢູ່ຕ່າງປະ ເທດ.
ສປປ ລາວ
ຮັບຮູ້ໃບຂັບຂີ່ຕ່າງປະເທດຂອງ ບຸກຄົນ ທີ່ມີໃບຂັບຂີ່ສາກົນ ຫຼື ມີໃບຂັບ ຂີ່ຂອງ ປະເທດທີ່ມີການຮັບຮູ້ ຊຶ່ງກັນ ແລະ ກັນ.
ມາດຕາ 18 (ປັບປຸງ) ການຂັບຂີ່ ແລະ ການບັນທຸກ
ການຂັບຂີ່ ແລະ ການບັນທຸກ ຂອງລົດຂົນສົ່ງຄົນ ແລະ ຜູ້ໂດຍສານ ໃຫ້ປະຕິບັດ ດັ່ງນີ້:
- ລົດຖີບ
ໃຫ້ຊ້ອນໄດ້ ໜຶ່ງຄົນ;
- ລົດຈັກ ອະນຸຍາດໃຫ້ຜູ້ໃຫຍ່ຊ້ອນໄດ້ໜຶ່ງຄົນ ແລະ ເດັກນ້ອຍອາຍຸບໍ່ເກີນ ສິບເອັດ ປີ ອີກໜຶ່ງຄົນ; ຜູ້ຂັບຂີ່ ແລະ ຜູ້ຊ້ອນ ຕ້ອງໃສ່ໝວກກັນກະທົບ ທີ່ໄດ້ມາດຕະຖານ;
- ລົດຖີບສາມລໍ້, ລົດຈັກສາມລໍ້ຕິດຂ້າງ ໃຫ້ຂີ່ໄດ້ສາມຄົນລວມທັງຜູ້ຂັບຂີ່;
- ລົດສາມລໍ້ຊະນິດຈຳໂບ້ ໃຫ້ຂີ່ໄດ້ ບໍ່ເກີນ ຫ້າຄົນ ຫຼື ບັນທຸກສິນຄ້າ, ເຄື່ອງຂອງບໍ່ເກີນ 300 ກິໂລກຣາມ; ລົດສາມລໍ້ຊະນິດຕຸກໆ, ສະກາຍແລັບ ອະນຸຍາດໃຫ້ຂີ່ໄດ້ ບໍ່ເກີນເກົ້າຄົນ ຫຼື ບັນທຸກສິນຄ້າ, ເຄື່ອງຂອງບໍ່ເກີນ 550 ກິໂລກຣາມ;
- ລົດເກງ,
ລົດຈິບ, ລົດຕູ້, ລົດກະບະ ໃຫ້ບັນທຸກຕາມມາດຕະຖານ ຂອງໂຮງງານ ຜະລິດ.
ຜູ້ຂັບຂີ່ ລົດສີ່ລໍ້ຂຶ້ນໄປ ລວມທັງ ຜູ້ນັ່ງທາງໜ້າ
ຕ້ອງໃສ່ສາຍຮັດນິລະໄພ, ເດັກນ້ອຍ ທີ່ບໍ່ສາມາດ ໃສ່ສາຍຮັດນິລະໄພປົກກະຕິໄດ້ ໃຫ້ນຳໃຊ້ເບາະນັ່ງສະເພາະ.
ມາດຕາ 19 (ໃໝ່) ຂໍ້ຈໍາກັດ ຄວາມໄວ ແລະ ໄລຍະຫ່າງລະຫວ່າງລົດ
ຄວາມໄວສູງສຸດທີ່ອະນຸຍາດໃຫ້ລົດແຕ່ລະປະເພດແລ່ນຕາມເສັ້ນທາງໃນ
ສປປ ລາວ ໄດ້ ກຳນົດໄວ້ ດັ່ງນີ້:
-
ບໍ່ໃຫ້ເກີນ ສີ່ສິບ ກິໂລແມັດ ຕໍ່ຊົ່ວໂມງ ສໍາລັບການສັນຈອນໜາແໜ້ນຕາມເສັ້ນ ທາງໃນຕົວເມືອງ,
ເທດສະບານ, ເຂດຊຸມຊົນ;
-
ບໍ່ໃຫ້ເກີນ ເກົ້າສິບ ກິໂລແມັດ ຕໍ່ຊົ່ວໂມງ ສໍາລັບການສັນຈອນ ຂອງລົດເບົາທຸກ ປະເພດ ແລະ
ລົດຈັກ ແຕ່ 125 cc ຂຶ້ນໄປ ຕາມເສັ້ນທາງຫຼວງ ນອກເຂດຕົວເມືອງ;
-
ບໍ່ໃຫ້ເກີນ ເຈັດສິບ ກິໂລແມັດ ຕໍ່ຊົ່ວໂມງ ສຳລັບລົດບັນທຸກສິນຄ້າ, ລົດໂດຍສານ
ແລະ ລົດຈັກ ບໍ່ເກີນ 125 cc ຕາມເສັ້ນທາງຫຼວງ ນອກເຂດຕົວເມືອງ.
ນອກຈາກນີ້
ຄວາມໄວສູງສຸດທີ່ອະນຸຍາດໃຫ້ແລ່ນໃນແຕ່ລະຕອນທາງ ແມ່ນໃຫ້ປະຕິບັດ ຕາມປ້າຍກໍານົດຄວາມໄວ.
ເມື່ອລົດສອງຄັນແລ່ນໃນຊ່ອງຈະລາຈອນດຽວກັນ, ລົດຄັນແລ່ນຕາມຫຼັງ ຕ້ອງຮັກສາໄລ ຍະຫ່າງທີ່ເໝາະສົມ ກັບສະພາບເສັ້ນທາງ, ດິນຟ້າອາກາດ,
ຂະໜາດ ແລະ ນໍ້າໜັກບັນທຸກຂອງລົດ ເພື່ອຮັບປະກັນຄວາມປອດໄພ ໃນກໍລະນີ
ລົດຄັນແລ່ນທາງໜ້າ ຢຸດກະທັນຫັນ.
ລົດທີ່ແລ່ນເປັນຂະບວນແຕ່ສອງຂະບວນຂຶ້ນໄປ ຕ້ອງຮັກສາໄລຍະຫ່າງ ລະຫວ່າງຂະ
ບວນຢ່າງໜ້ອຍ 150 ແມັດ ແລະ ໄລຍະຫ່າງລະຫວ່າງລົດໃນຂະບວນຢ່າງໜ້ອຍ 25 ແມັດ.
ຄວາມໄວສູງສຸດທີ່ໄດ້ກຳນົດໄວ້ໃນມາດຕານີ້
ບໍ່ກວມເອົາຄວາມໄວຂອງລົດສັນຈອນພິເສດ ແລະ ລົດທີ່ປະຕິບັດວຽກງານ ໃນກໍລະນີເກີດເຫດສຸກເສີນ
ເຊັ່ນ ອຸບປະຕິເຫດ, ຄົນເຈັບ, ໄຟໄໝ້, ນ້ຳຖ້ວມ ແລະ ເຫດສຸກເສີນອື່ນ.
ມາດຕາ 20 (ໃໝ່) ທາດເຫຼົ້າໃນຮ່າງກາຍຂອງຜູ້ຂັບຂີ່
ຄວາມເຂັ້ມຂຸ້ນຂອງທາດເຫຼົ້າໃນຮ່າງກາຍ ຂອງຜູ້ຂັບຂີ່ຍານພາຫະນະທຸກຊະນິດ ທີ່ອະນຸ ຍາດສູງສຸດບໍ່ໃຫ້ເກີນ ດັ່ງນີ້:
1. ສໍາລັບຜູ້ຂັບຂີ່ລົດສ່ວນຕົວສີ່ລໍ້ທຸກຊະນິດ
- ໃນລົມຫາຍໃຈ: 0,24 ມີລີກຣາມ ຕໍ່
ລິດ (BrAC);
- ໃນເລືອດ:
50 ມີລີກຣາມ ຕໍ່
100 ມີລີລິດ (BAC);
- ໃນປັດສະວະ: 66,5 ມີລີກຣາມ ຕໍ່ 100 ມີລີລິດ (Urine).
2.
ສໍາລັບຜູ້ຂັບຂີ່ລົດຂົນສົ່ງຮັບຈ້າງທຸກຊະນິດ
- ໃນລົມຫາຍໃຈ:
0
ມີລີກຣາມ ຕໍ່ ລິດ (BrAC);
- ໃນເລືອດ:
0 ມີລີກຣາມ ຕໍ່ 100 ມີລີລິດ (BAC);
- ໃນປັດສະວະ: 0 ມີລີກຣາມ
ຕໍ່ 100 ມີລີລິດ (Urine).
3.
ສໍາລັບຜູ້ຂັບຂີ່ລົດຈັກສອງລໍ້
ແລະ ສາມລໍ້
- ໃນລົມຫາຍໃຈ:
0,14 ມີລີກຣາມ ຕໍ່ ລິດ
(BrAC);
- ໃນເລືອດ:
30 ມີລີກຣາມ ຕໍ່ 100 ມີລີລິດ (BAC);
- ໃນປັດສະວະ: 39,9 ມີລີກຣາມ ຕໍ່ 100 ມີລີລິດ (Urine).
ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ
ມີສິດກວດກາຄວາມເຂັ້ມຂຸ້ນ ຂອງທາດເຫຼົ້າໃນລົມຫາຍໃຈຂອງຜູ້ຂັບຂີ່.
ໃນກໍລະນີ ເກີດອຸບປະຕິເຫດ ທີ່ເຮັດໃຫ້ຄົນບາດເຈັບ,
ເສັຍຊີວິດ, ຊັບສິນເສັຍຫາຍນັ້ນ ແພດ ມີໜ້າທີ່ກວດຫາຄວາມເຂັ້ມຂຸ້ນຂອງທາດເຫຼົ້າໃນເລືອດ
ແລະ ປັດສະວະ ຂອງຜູ້ຂັບຂີ່
ແລະ ຂອງຄູ່ກໍລະນີທີ່ເກີດອຸບປະຕິເຫດ ເພື່ອໃຊ້ເປັນຂໍ້ມູນໃຫ້ແກ່ການດໍາເນີນຄະດີ.
ໝວດທີ 3
ລະບົບສັນຍານຈະລາຈອນ
ມາດຕາ
21 (ໃໝ່) ລະບົບສັນຍານຈະລາຈອນ
ລະບົບສັນຍານຈະລາຈອນ
ປະກອບດ້ວຍ:
- ປ້າຍຈະລາຈອນ;
- ສັນຍານຈະລາຈອນ;
- ເຄື່ອງໝາຍຈະລາຈອນ.
ລະບົບສັນຍານຈະລາຈອນ ຕ້ອງເປັນລະບົບດຽວ
ໃນຂອບເຂດທົ່ວປະເທດ. ຜູ້ຂັບຂີ່
ຕ້ອງປະຕິບັດຕາມລະບົບສັນຍານຈະລາຈອນຢ່າງເຂັ້ມງວດ.
ມາດຕາ
22 (ໃໝ່) ປ້າຍຈະລາຈອນ
ປ້າຍຈະລາຈອນ ແມ່ນ ເຄື່ອງໝາຍຊີ້ບອກໃຫ້ປະຕິບັດກົດຈະລາຈອນ ຕາມເສັ້ນທາງ
ຊຶ່ງປະກອບດ້ວຍໝວດປ້າຍຕ່າງໆ ດັ່ງນີ້:
- ປ້າຍເຕືອນອັນຕະລາຍ;
- ປ້າຍຫ້າມ;
- ປ້າຍກຳນົດ;
- ປ້າຍບອກສິດ;
- ປ້າຍແນະນໍາເສັ້ນທາງ;
- ປ້າຍບອກສະຖານທີ່ບໍລິການ;
- ປ້າຍເພີ່ມ.
ຄວາມໝາຍ
ແລະ ຮູບແບບຂອງແຕ່ລະໝວດປ້າຍ ໄດ້ກໍານົດໄວ້ໃນກົດຈະລາຈອນ.
ມາດຕາ 23 (ໃໝ່) ສັນຍານຈະລາຈອນ
ສັນຍານຈະລາຈອນ ແມ່ນ ການຊີ້ບອກການສັນຈອນ ຕາມເສັ້ນທາງ ດ້ວຍແສງໄຟ, ສີ, ສຽງ, ຄົນ ແລະ ຫຸ່ນຈຳລອງ.
ສັນຍານດ້ວຍແສງໄຟ
ປະກອບດ້ວຍ ສາມ ສີ ດັ່ງນີ້:
- ໄຟສີແດງ ແມ່ນ ຫ້າມສັນຈອນ;
- ໄຟສີເຫລືອງ
ແມ່ນ ໃຫ້ລະວັງ, ກຽມຢຸດ;
- ໄຟສີຂຽວ
ແມ່ນ ໃຫ້ສັນຈອນໄດ້.
ມາດຕາ
24 (ໃໝ່) ເຄື່ອງໝາຍຈະລາຈອນ
ເຄື່ອງໝາຍຈະລາຈອນ ປະກອບດ້ວຍ ເຄື່ອງໝາຍທີ່ຕິດຕັ້ງ,
ຂີດ, ຂຽນ, ແຕ້ມໄວ້ຕາມ ໜ້າທາງ, ບ່າທາງ, ແຄມທາງ, ເທິງທາງ, ຫຼັກໝາຍ, ຮາວປ້ອງກັນຄວາມປອດໄພ, ລູກສອນຊີ້ບອກ ທິດທາງ, ເສັ້ນແບ່ງທິດທາງການສັນຈອນ, ເສັ້ນໃຈກາງທາງ, ເສັ້ນແບ່ງຊ່ອງຈະລາຈອນ,
ເສັ້ນທາງ ມ້າລາຍ ແລະ ອື່ນໆ ເພື່ອເຕືອນ ແລະ ອໍານວຍຄວາມສະດວກໃຫ້ແກ່ການຈະລາຈອນ.
ມາດຕາ
25 (ໃໝ່) ການຕິດຕັ້ງ ລະບົບສັນຍານຈະລາຈອນ
ປ້າຍ, ເຄື່ອງໝາຍຈະລາຈອນ, ເຄື່ອງສັນຍານຈະລາຈອນ ຕ້ອງມີຄຸນນະພາບ ຕາມມາດ ຕະຖານເຕັກນິກ ແລະ ຕ້ອງໄດ້ຮັບການຕິດຕັ້ງຢ່າງຖືກຕ້ອງຕາມລະບຽບການ
ຂອງກະຊວງໂຍທາທິ ການ ແລະ ຂົນສົ່ງ, ສ່ວນການສັນຍານຈະລາຈອນດ້ວຍຄົນ ຕ້ອງປະຕິບັດຕາມລະບຽບການຂອງ ກະຊວງປ້ອງກັນຄວາມສະຫງົບ.
ເຈົ້າໜ້າທີ່ໂຍທາທິການ
ແລະ ຂົນສົ່ງ ເປັນຜູ້ມີສິດຕິດຕັ້ງ, ຄຸ້ມຄອງລະບົບສັນຍານຈະ ລາຈອນ ຖາວອນ.
ສໍາລັບ ຕໍາຫຼວດຈະລາຈອນ
ຫຼື ຕໍາຫຼວດທາງຫຼວງ ມີສິດຕິດຕັ້ງ ແລະ ຄຸ້ມຄອງລະບົບ ສັນຍານຈະລາຈອນ ຊົ່ວຄາວ.
ໝວດທີ 4
ການຄວບຄຸມການຈະລາຈອນທາງບົກ
ມາດຕາ
26 (ປັບປຸງ) ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ
ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ປະກອບດ້ວຍ:
1. ຕຳຫຼວດຈະລາຈອນ ຊຶ່ງມີໜ້າທີ່ອໍານວຍຄວາມສະດວກ, ຄວບຄຸມ ແລະ ກວດ ກາ ການຈະລາຈອນໃນຕົວເມືອງ;
2. ຕໍາຫຼວດທາງຫຼວງ ຊຶ່ງມີໜ້າທີ່ອໍານວຍຄວາມສະດວກ,
ຄວບຄຸມ ແລະ ກວດກາ ການຈະລາຈອນນອກຕົວເມືອງ;
3. ເຈົ້າໜ້າທີ່ໂຍທາທິການ
ແລະ ຂົນສົ່ງ ຊຶ່ງມີໜ້າທີ່ກວດກາເຕັກນິກການຂົນສົ່ງ, ມາດຕະຖານເຕັກນິກຂອງຍານພາຫະນະຂົນສົ່ງທຸກປະເພດ,
ກິດຈະການຂົນສົ່ງຕາມເສັ້ນທາງຫຼວງ ແລະ ພື້ນຖານໂຄງລ່າງດ້ານການຂົນສົ່ງ;
4. ຜູ້ຮັບມອບໝາຍຈາກທາງການ.
ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ຕ້ອງມີເຄື່ອງແບບ ແລະ ເຄື່ອງໝາຍ. ລັດ ປະກອບຍານພາຫະນະ ແລະ ອຸປະກອນວິຊາສະເພາະ
ທີ່ຈຳເປັນ ໃຫ້ແກ່ເຈົ້າໜ້າທີ່ດັ່ງກ່າວ.
ມາດຕາ
27 (ປັບປຸງ) ການປະຕິບັດໜ້າທີ່
ຂອງ
ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ
ໃນເວລາປະຕິບັດໜ້າທີ່ ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ຕ້ອງນຸ່ງເຄື່ອງ ແບບ, ຕິດເຄື່ອງໝາຍ,
ປ້າຍຊື່ ແລະ ປະຕິບັດຕາມລະບຽບການຂອງກະຊວງປ້ອງກັນຄວາມສະ ຫງົບ, ກະຊວງໂຍທາທິການ ແລະ
ຂົນສົ່ງ ຢ່າງເຂັ້ມງວດ. ໃນການປະຕິບັດໜ້າທີ່ກວດກາແຕ່ລະຄັ້ງ
ຕ້ອງມີເຈົ້າໜ້າທີ່
ຢ່າງໜ້ອຍ ສາມ ຄົນ.
ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ ຕ້ອງແກ້ໄຂຢ່າງທັນການ
ໃນກໍລະນີ ມີອຸບ ປະຕິເຫດເກີດຂຶ້ນ, ມີສິ່ງກີດຂວາງ, ມີການສັນຈອນສັບສົນ ຫຼື ມີການສັນຈອນພິເສດ.
ເຈົ້າໜ້າທີ່ຄວບຄຸມການຈະລາຈອນທາງບົກ
ມີສິດເໜືອກວ່າລະບົບສັນຍານຈະລາຈອນ.
ມາດຕາ 28 (ປັບປຸງ) ສິດ ແລະ
ໜ້າທີ່ ຂອງຕໍາຫຼວດຈະລາຈອນ ແລະ ຕໍາຫຼວດທາງຫຼວງ
ຕຳຫຼວດຈະລາຈອນ ແລະ ຕໍາຫຼວດທາງຫຼວງ ມີ ສິດ ແລະ
ໜ້າທີ່ ດັ່ງນີ້:
1.
ອຳນວຍຄວາມສະດວກ, ຄວບຄຸມການຈະລາຈອນ ແລະ ກວດກາການເຄົາລົບ ລະບຽບກົດໝາຍ ກ່ຽວກັບການຈະລາຈອນທາງບົກ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ;
2.
ກວດກາສະພາບຂອງຜູ້ຂັບຂີ່, ເອກະສານຂອງຜູ້ຂັບຂີ່ ແລະ ເອກະສານຂອງ ຍານພາຫະນະ, ກວດກາທາດເຫຼົ້າໃນລົມຫາຍໃຈຂອງຜູ້ຂັບຂີ່
ແລະ ຄວາມໄວ ຂອງຍານພາຫະນະທຸກຊະນິດ;
3.
ສຶກສາອົບຮົມ, ປັບໃໝ ຫຼື ດໍາເນີນຄະດີ ຕໍ່ຜູ້ລະເມີດຕາມລະບຽບກົດໝາຍ;
4.
ກັກຕົວຜູ້ລະເມີດ ພ້ອມທັງຍານພາຫະນະ ທີ່ກໍ່ໃຫ້ເກີດອຸບປະຕິເຫດ ແລ້ວພາ ໃຫ້ຄົນເສັຍຊີວິດ, ບາດເຈັບສາຫັດ
ຫຼື ເກີດອຸບປະຕິເຫດແລ້ວ ເອົາຕົວຫຼົບໜີ;
5.
ກັກຍານພາຫະນະ
ທີ່ບໍ່ມີການປະກັນໄພ ໃນກໍລະນີເກີດອຸບປະຕິເຫດ ທີ່ພາໃຫ້ ມີຄົນບາດເຈັບ ແລະ ຄູ່ກໍລະນີ
ບໍ່ສາມາດຕົກລົງກັນໄດ້ກ່ຽວກັບຄວາມຮັບຜິດຊອບຕໍ່ຄວາມເສັຍຫາຍ;
6.
ຍົກ, ລັອກລໍ້ ຍານພາຫະນະ
ທີ່ຈອດບໍ່ຖືກຕ້ອງ ແລະ ກີດຂວາງການຈະລາ ຈອນ;
7.
ກວດ ຄວັນດຳ, ຄວັນຂາວ,
ສຽງດັງ ຂອງຍານພາຫະນະ;
8.
ປົກປັກຮັກສາຍານພາຫະນະທີ່ຖືກກັກ ພ້ອມດ້ວຍອຸບປະກອນໃຫ້ດີ;
9.
ເກັບກໍາຂໍ້ມູນ, ຕິດຕາມຜູ້ລະເມີດກົດຈະລາຈອນ
ຕາມເສັ້ນທາງ ແລະ ແຈ້ງເຫດ ການໃຫ້ເຈົ້າໜ້າທີ່ໜ່ວຍປະຕິບັດການ;
10. ລົງຊັນນະສູດ, ບັນທຶກເຫດການ, ຖ່າຍຮູບ ແລະ ແຕ້ມແຜນວາດດຽວໃຫ້ລະ
ອຽດ, ຊັດເຈນ, ຄົບຖ້ວນກ່ຽວກັບສະຖານທີ່ເກີດເຫດ ລວມທັງສືບສວນ-ສອບສວນ ຜູ້ກ່ຽວຂ້ອງ ແລະ ພະຍານທີ່ຢູ່ໃນເຫດການ
ຢ່າງທັນການ;
11. ປະຕິບັດສິດ ແລະ ໜ້າທີ່ອື່ນຕາມລະບຽບກົດໝາຍ.
ສໍາລັບ ຕໍາຫຼວດທາງຫຼວງ
ຍັງມີສິດ ແລະ ໜ້າທີ່ໃຫ້ຄວາມຮ່ວມມື, ປະສານສົມທົບກັບເຈົ້າໜ້າທີ່ໂຍທາທິການ
ແລະຂົນສົ່ງ ໃນການກວດກາການຂົນສົ່ງທາງບົກຕາມເສັ້ນທາງຫຼວງອີກດ້ວຍ.
ມາດຕາ
29 (ປັບປຸງ) ສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ
ເຈົ້າໜ້າທີ່ໂຍທາທິການ ແລະ ຂົນສົ່ງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1.
ອໍານວຍຄວາມສະດວກ,
ຄວບຄຸມ ແລະ ກວດກາການດໍາເນີນທຸລະກິດຂົນສົ່ງທາງບົກ, ກວດກາສະພາບເຕັກນິກລົດ,
ກວດກາການບັນທຸກ ຂອງລົດຂົນສົ່ງທຸກປະເພດ, ຜູ້ຂັບຂີ່ ແລະ ພະນັກງານປະຈຳ
ຂອງຍານພາຫະນະຂົນສົ່ງຮັບຈ້າງ ແລະ ຂົນສົ່ງສະເພາະ;
2.
ຮ່ວມມື,
ປະສານສົມທົບ ກັບຕຳຫຼວດຈະລາຈອນ, ຕໍາຫຼວດທາງຫຼວງ ໃນການ ອໍານວຍຄວາມສະດວກ,
ຄວບຄຸມ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍຂອງການຈະລາຈອນ ຕາມເສັ້ນທາງ;
3.
ກວດກາ
ສິ່ງອຳນວຍຄວາມສະດວກ, ສິ່ງກີດຂວາງການຈະລາຈອນ ແລະ ສະ ພາບຂອງເສັ້ນທາງ ຢ່າງເປັນປົກກະຕິ
ເພື່ອປັບປຸງແກ້ໄຂ.
ມາດຕາ 30 (ໃໝ່) ຜູ້ຮັບມອບໝາຍຈາກທາງການ
ຜູ້ຮັບມອບໝາຍຈາກທາງການ ແມ່ນ ບຸກຄົນ ຫຼື ອາສາສະໝັກ ທີ່ການຈັດຕັ້ງມອບໝາຍ ໃຫ້ຊ່ວຍຄວບຄຸມຄວາມເປັນລະບຽບຮຽບຮ້ອຍ
ແລະ ອໍານວຍຄວາມສະດວກໃຫ້ແກ່ການຈະລາຈອນ ໃນເວລາສະເພາະໃດໜຶ່ງ.
ສິດ ແລະ ໜ້າທີ່ ຂອງຜູ້ຮັບມອບໝາຍຈາກທາງການ ໄດ້ກໍານົດໄວ້ໃນລະບຽບການສະ ເພາະ.
ມາດຕາ
31 (ປັບປຸງ) ການກວດກາ ແລະ ການແກ້ໄຂອຸບປະຕິເຫດທາງຖະໜົນ
ເມື່ອໄດ້ຮັບແຈ້ງຄວາມວ່າມີອຸບປະຕິເຫດເກີດຂຶ້ນ ຕຳຫຼວດຈະລາຈອນ ຫຼື ຕໍາຫຼວດທາງຫຼວງ ຕ້ອງຮີບຮ້ອນລົງຊັນນະສູດ, ບັນທຶກເຫດການ, ຖ່າຍຮູບ ແລະ ແຕ້ມແຜນວາດດຽວ
ໃຫ້ ລະອຽດ, ຊັດເຈນ, ຄົບຖ້ວນກ່ຽວກັບສະຖານທີ່ເກີດເຫດ ລວມທັງສືບສວນ-ສອບສວນ ຜູ້ກ່ຽວຂ້ອງ
ແລະ ພະຍານ ທີ່ຢູ່ໃນເຫດການຢ່າງທັນການ ເພື່ອດໍາເນີນການແກ້ໄຂ ຕາມລະບຽບກົດໝາຍ ພ້ອມ ທັງຍົກຍ້າຍ ຍານພະຫະນະ ແລະ ສິ່ງກີດຂວາງອອກຈາກພື້ນທີ່ບ່ອນເກີດອຸບປະຕິເຫດຢ່າງຮີບ
ດ່ວນ.
ໝວດທີ 5
ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ
ມາດຕາ 32 (ໃໝ່) ໂຄງການກໍ່ສ້າງເສັ້ນທາງ
ທຸກໂຄງການກໍ່ສ້າງເສັ້ນທາງ ຕ້ອງໄດ້ຜ່ານການກວດສອບຄວາມປອດໄພ
ໃນການຈະລາ ຈອນ ຕາມຂັ້ນຕອນ ດັ່ງນີ້:
- ການສຶກສາຄວາມເປັນໄປໄດ້ຂອງໂຄງການ;
- ການອອກແບບເບຶ້ອງຕົ້ນ;
- ການອອກແບບກໍ່ສ້າງ;
- ໄລຍະການກໍ່ສ້າງ;
- ໄລຍະກ່ອນເປີດການນໍາໃຊ້;
- ໄລຍະການນໍາໃຊ້.
ແຕ່ລະຂັ້ນຕອນ ໄດ້ກໍານົດໄວ້ໃນລະບຽບການສະເພາະ.
ມາດຕາ 33 (ໃໝ່) ການກໍ່ສ້າງ ແລະ
ສ້ອມແປງເສັ້ນທາງ
ໃນການກໍ່ສ້າງຫຼືສ້ອມແປງເສັ້ນທາງ ຕ້ອງຮັບປະກັນການຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດ
ລ້ອມ ແລະ ສັງຄົມ ດັ່ງນີ້:
-
ຮັບປະກັນໃຫ້ການສັນຈອນມີຄວາມສະດວກ, ໂລ່ງລ່ຽນ ແລະ ເປັນລະບຽບຮຽບ ຮ້ອຍ;
-
ຮັບປະກັນຄວາມປອດໄພ ດ້ວຍການຕິດຕັ້ງປ້າຍສັນຍານ, ເຄື່ອງໝາຍເຕືອນສະທ້ອນ ແສງທີ່ສາມາດແນມເຫັນໄດ້ຢ່າງສະດວກ
ແລະ ຈະແຈ້ງໃນໄລຍະໄກ, ຕິດຕັ້ງໄຟແສງສະຫວ່າງ ແລະ ໄຟສັນຍານເຕືອນອັນຕະລາຍ ເມື່ອຍາມຄໍ່າ,
ມືດ;
-
ອໍານວຍຄວາມສະດວກໃຫ້ແກ່ຄົນພິການ, ຄົນເສັຍອົງຄະ ແລະ ຜູ້ບໍ່ສາມາດຊ່ວຍ ຕົນເອງໄດ້;
-
ຮັບປະກັນໃຫ້ການກໍ່ສ້າງ ຫຼື ສ້ອມແປງ ສໍາເລັດຕາມແຜນການ, ວ່ອງໄວ, ທັນເວ ລາ
ແລະ ມີຄຸນນະພາບສູງ.



