ມາດຕາ 54 (ໃໝ່) ຮູບການແກ້ໄຂຂໍ້ຂັດແຍ່ງ
ການແກ້ໄຂຂໍ້ຂັດແຍ່ງ
ອາດດຳເນີນດ້ວຍຮູບການໃດໜຶ່ງ ດັ່ງນີ້:
1.
ການປະນີປະນອມ;
2.
ການແກ້ໄຂທາງດ້ານບໍລິຫານ;
3.
ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ;
4. ການຕັດສິນຂອງສານ;
5. ການແກ້ໄຂທີ່ມີລັກສະນະສາກົນ.
ມາດຕາ 55 (ໃໝ່) ການປະນີປະນອມ
ໃນກໍລະນີ ເກີດຂໍ້ຂັດແຍ່ງກ່ຽວກັບການຈະລາຈອນທາງບົກນັ້ນ ຄູ່ກໍລະນີ ສາມາດປຶກສາຫາລື, ເຈລະຈາ ແລະ ປະນີປະນອມກັນ.
ມາດຕາ 56 (ໃໝ່) ການແກ້ໄຂທາງດ້ານບໍລິຫານ
ໃນກໍລະນີ ເກີດຂໍ້ຂັດແຍ່ງ ກ່ຽວກັບການຈະລາຈອນທາງບົກນັ້ນ ຄູ່ກໍລະນີ ມີສິດສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງບ່ອນທີ່ຕົນໄດ້ຮັບອະນຸຍາດນັ້ນ ເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ.
ມາດຕາ 57 (ໃໝ່) ການແກ້ໄຂໂດຍອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ
ໃນກໍລະນີ ເກີດຂໍ້ຂັດແຍ່ງໃນການດຳເນີນທຸລະກິດກ່ຽວກັບການຈະລາຈອນທາງບົກນັ້ນ ຄູ່ກໍລະນີ ມີສິດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງທາງດ້ານເສດຖະກິດ ເພື່ອພິຈາລະນາແກ້ໄຂຕາມລະບຽບກົດໝາຍ.
ມາດຕາ 58 (ໃໝ່) ການຕັດສິນຂອງສານ
ໃນກໍລະນີ ເກີດຂໍ້ຂັດແຍ່ງ ກ່ຽວກັບການຈະລາຈອນທາງບົກນັ້ນ ຄູ່ກໍລະນີຝ່າຍໃດຝ່າຍໜຶ່ງ ສາມາດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອພິຈາລະນາຕັດສິນຕາມລະບຽບກົດໝາຍ.
ມາດຕາ 59 (ໃໝ່) ການແກ້ໄຂທີ່ມີລັກສະນະສາກົນ
ໃນການແກ້ໄຂຂໍ້ຂັດແຍ່ງທີ່ມີລັກສະນະສາກົນ ກ່ຽວກັບການດຳເນີນທຸລະກິດຈະລາຈອນທາງບົກນັ້ນ
ຄູ່ກໍລະນີ ສາມາດສະເໜີຕໍ່ອົງການແກ້ໄຂຂໍ້ຂັດແຍ່ງພາຍໃນ, ຕ່າງປະເທດ ຫຼື ສາກົນ ຕາມການຕົກລົງກັນ ຫຼື ໃຫ້ປະຕິບັດຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ
ເປັນພາຄີ.



