ການຄຸ້ມຄອງ ແລະ ການກວດກາວຽກງານຈະລາຈອນທາງບົກ



ໝວດທີ 1
ການຄຸ້ມຄອງວຽກງານຈະລາຈອນທາງບົກ

ມາດຕາ 66 (ປັບປຸງ)  ອົງການຄຸ້ມຄອງວຽກງານຈະລາຈອນທາງບົກ
ລັດ​ຖບານເປັນຜູ້ຄຸ້ມຄອງວຽກງານຈະລາຈອນທາງບົກຢ່າງລວມສູນແລະເປັນເອກະພາບໃນຂອບເຂດທົ່ວປະເທດໂດຍມອບໃຫ້ກະຊວງໂຍທາທິການແລະ ຂົນສົ່ງ ເປັນ​​ຜູ້ຮັບຜິດຊອບ ໂດຍກົງ ທັງເປັນເຈົ້າການ ​ປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ, ບັນດາກະຊວງ, ອົງການອື່ນແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງ.
  ອົງການຄຸ້ມຄອງວຽກງານຈະລາຈອນທາງບົກ ປະກອບດ້ວຍ:
1.   ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງປ້ອງກັນຄວາມສະຫງົບ;
2.   ພະແນກໂຍທາທິການ ແລະ ຂົນສົ່ງ ແລະ ກອງບັນຊາການປ້ອງກັນຄວາມ ສະຫງົບ ແຂວງ, ນະຄອນ;
3.   ຫ້ອງການໂຍທາທິການ ແລະ ຂົນສົ່ງ ແລະ ກອງບັນຊາການປ້ອງກັນຄວາມສະ ຫງົບ ເມືອງ, ເທດສະບານ;
4.   ອົງການປົກຄອງບ້ານ.

ມາດຕາ 67 (ປັບປຸງ)  ສິດ ແລະ ໜ້າທີ່ຂອງ ກະຊວງໂຍທາທິການ ແລະ ຂົນສົ່ງ
ໃນການຄຸ້ມຄອງວຽກງານ​​ຈະລາຈອນທາງບົກ ກະຊວງໂຍທາທິການແລະ ຂົນສົ່ງ ມີສິດແລະ ໜ້າທີ່ດັ່ງນີ້:
1.   ຄົ້ນຄວ້ານະໂຍບາຍ, ​ແຜນຍຸດທະສາດ, ​ແຜນດຳເນີນງານແລະ ລະບຽບກົດ ໝາຍ ກ່ຽວກັບວຽກງານຈະລາຈອນທາງບົກເພື່ອສະເໜີລັດຖະບານພິຈາລະນາ;
2.   ຜັນຂະຫຍາຍ​​ນະໂຍບາຍ, ​ແຜນຍຸດທະສາດ ກ່ຽວກັບວຽກງານຈະລາຈອນທາງບົກ ມາເປັນແຜນການ, ​ແຜນ​ງານແລະໂຄງການລະອຽດຂອງຕົນ ພ້ອມທັງຊີ້ນຳ, ຕິດຕາມ, ຊຸກຍູ້ການ ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ;
3.   ຄົ້ນຄວ້າກຳນົດໝາຍແລະ ມາດຕະຖານເຕັກນິກ,  ຄົ້ນຄວ້າແລະ ເລືອກເຟັ້ນ ເຕັກ​​ໂນໂລຊີ ທີ່​​ເໝາະສົມ ກ່ຽວ​ກັບການຈະລາຈອນທາງບົກ ພ້ອມທັງອອກຄໍາແນະນຳໃນການຈັດຕັ້ງປະຕິບັດ;
4.   ຄຸ້ມຄອງ ມາດຕະຖານເຕັກນິກ ຍານພາຫະນະ ແລະ ສິ້ນສ່ວນ, ມາດຕະຖານ ເຕັກນິກ ປ້າຍລົດ ແລະ ການນຳໃຊ້ເຕັກໂນໂລຊີ ກ່ຽວກັບການຜະລິດໃບທະບຽນ ແລະ ປ້າຍລົດ;
5.   ປະສານສົມທົບກັບ ກະຊວງປ້ອງກັນຄວາມສະຫງົບ, ກະຊວງ​, ອົງການ​ອື່ນ ທີ່​ກ່ຽວ​ຂ້ອງ ​ແລະ ອົງການປົກຄອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດນະໂຍບາຍ, ​ແຜນຍຸດທະສາດ, ​ແຜນດຳເນີນງານ ກ່ຽວກັບວຽກງານຈະລາຈອນທາງບົກ;  
6.   ຮັບຜິດຊອບຂໍ້ມູນການຄຸ້ມຄອງ ກໍຄືການຂຶ້ນທະບຽນພາຫະນະ ເພື່ອພິມໃບທະບຽນ ໃຫ້ຖືກຕ້ອງ;
7.   ຄົ້ນຄວ້າ, ວິ​​ໄຈຂໍ້ມູນ, ສະຖິຕິອຸບ​ປະຕິ​ເຫດ ​ແລະ ສັງ​ລວມ​ປະລິມານການສັນຈອນຕາມເສັ້ນທາງ; ​
8.   ອອກລະບຽບການຄຸ້ມຄອງ ຍານພາຫະນະ ແລະ ປ້າຍທະບຽນ, ຄຸ້ມຄອງການ ອອກໃບທະບຽນ, ການຜະລິດ ແລະ ຕິດປ້າຍທະບຽນ ລວມທັງການສະໜອງໃຫ້ບັນດາແຂວງ ແລະ ການປະມູນປ້າຍທະບຽນເລກງາມ, ການຝຶກອົບຮົມ, ການສອບເສັງ ແລະ ອອກໃບຂັບຂີ່ໃນຂອບເຂດທົ່ວປະເທດ;
9.   ສ້າງ, ບຳລຸງ, ຍົກລະດັບບຸກຄະລາກອນດ້ານ​ການຈະລາຈອນທາງບົກ;
10. ພົວພັນ, ຮ່ວມມືກັບຕ່າງປະເທດ, ອານຸພາກ​ພື້ນ, ພາກ​ພື້ນ ​ແລະ ສາກົນ ກ່ຽວ​ກັບວຽກງານຈະລາຈອນທາງບົກ;
11. ສະຫລຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຈະລາຈອນທາງບົກໃຫ້ລັດ ຖະບານ ຢ່າງ​​ເປັນປົກກະຕິ;
12. ປະ​ຕິ​ບັດ​ສິດ ​ແລະ ໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ລະບຽບ​ກົດໝາຍ.
          
ມາດຕາ 68 (ປັບປຸງ)  ສິດ ແລະ ໜ້າທີ່ຂອງ ກະຊວງປ້ອງກັນຄວາມສະຫງົບ
   ໃນການຄຸ້ມຄອງວຽກງານຈະລາຈອນທາງບົກກະຊວງປ້ອງກັນຄວາມສະຫງົບ ມີສິດແລະ ໜ້າທີ່  ດັ່ງນີ້:
1. ປະກອບຄຳເຫັນໃສ່ຮ່າງນະໂຍບາຍ, ​ແຜນຍຸດທະສາດ ແລະ ລະບຽບກົດໝາຍ  ກ່ຽວກັບວຽກງານຈະລາຈອນທາງບົກ ແລ້ວສົ່ງຄືນໃຫ້ ກະຊວງໂຍທາທິການ ແລະ ຂົນສົ່ງ;
2. ຜັນຂະຫຍາຍນະໂຍບາຍ, ​ແຜນຍຸດທະສາດ, ລະບຽບກົດໝາຍ ກ່ຽວກັບການຈະ ລາຈອນທາງບົກ ມາເປັນແຜນການ, ​ແຜນງານແລະໂຄງການລະອຽດຂອງຕົນ;
3. ໂຄສະນາ, ​ເຜີຍແຜ່ນະໂຍບາຍ, ​ແຜນຍຸດທະສາດແລະ ລະບຽບກົດໝາຍ ກ່ຽວ ກັບການຈະລາຈອນທາງບົກ ແນໃສ່ປູກຈິດສຳນຶກໃຫ້ແກ່ປະຊາຊົນໃນການປະກອບສ່ວນເຂົ້າໃນວຽກງານຈະລາຈອນທາງບົກ;
4. ປະສານສົມທົບກັບ ກະຊວງໂຍທາທິການແລະ ຂົນສົ່ງ, ກະຊວງ, ອົງການອື່ນ ທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນໃນການຈັດຕັ້ງປະຕິບັດນະໂຍບາຍ, ​ແຜນຍຸດທະສາດ, ​ແຜນດຳເນີນງານ ກ່ຽວກັບວຽກງານຈະລາຈອນທາງບົກ;
5. ຊີ້ນໍາ, ຕິດຕາມ, ອໍານວຍຄວາມສະດວກ ແລະ ຄວບຄຸມການຈະລາຈອນ ຕາມ ເສັ້ນທາງ;
6. ກວດກາ ຂໍ້ມູນຍານພາຫະນະ ທີ່ຈະນຳເອົາໄປຜະລິດປ້າຍລົດ;
7. ຄຸ້ມຄອງທະບຽນ, ຮັບຜິດຊອບຜະລິດ​, ຕິດ​ປ້າຍ ແລະ ການນຳໃຊ້ປ້າຍລົດ;
8. ຄຸ້ມຄອງຄວາມປອດໄພ ​ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ຂອງການຈະ ລາຈອນທາງບົກ, ຄົ້ນຄວ້າວິໄຈ ຂໍ້ມູນອຸບ​ປະຕິ​ເຫດ, ສັງລວມ​​ປະລິມານການສັນຈອນຕາມເສັ້ນທາງເພື່ອວາງແຜນປ້ອງກັນແລະ ສະກັດກັ້ນອຸບປະຕິເຫດທາງຖະໜົນ;
9. ຕິດຕາມ​ ​ແລະ ປະເມີນຜົນການຈັດຕັ້ງປະຕິບັດລະບຽບກົດໝາຍ​​ກ່ຽວກັບການຈະ ລາຈອນທາງບົກແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ;
10.  ຄຸ້ມຄອງ ແລະ ຍົກລະດັບ ຕຳຫຼວດຈະລາຈອນ, ຕໍາຫຼວດທາງຫຼວງ ທັງສູນ ກາງ ແລະ ທ້ອງຖິ່ນ ພ້ອມທັງປະກອບວັດຖູປະກອນແລະ ຍານພາຫະນະ ທີ່ຈຳເປັນໃນການປະຕິ ບັດໜ້າທີ່;
11.  ຊີ້ນຳ, ນຳພາ, ຕິດຕາມ, ຊຸກຍູ້ການປະຕິບັດໜ້າທີ່ຂອງ ຕຳຫຼວດຈະລາຈອນ, ຕໍາຫຼວດທາງຫຼວງ ຢ່າງເຂັ້ມງວດ;
12.  ອອກຂໍ້ຕົກລົງ, ຄຳສັ່ງ, ຄຳແນະນຳ ແລະ ລະບຽບການ ເພື່ອຄຸ້ມຄອງວຽກງານຈະລາຈອນທາງບົກໃນຂອເຂດຄວາມຮັບຜິດຊອບຂອງຕົນ;
13.  ສະຫຼຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຂອງຕົນ ໃຫ້ລັດຖະບານ ຢ່າງ​​ເປັນປົກກະຕິ;
14.  ປະ​ຕິ​ບັດ​ສິດ ​ແລະ ໜ້າ​ທີ່​ອື່ນ ຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ລະບຽບ​ກົດໝາຍ.

ມາດຕາ 69 (ປັບປຸງ)  ສິດແລະ ໜ້າທີ່ຂອງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ, ນະຄອນ
ໃນການຄຸ້ມຄອງວຽກ​ງານຈະລາຈອນທາງບົກ ພະແນໂຍທາທິການແລະ ຂົນສົ່ງ​ ​ແຂວງ, ນະຄອນ ມີສິດແລະ ໜ້າທີ່ດັ່ງນີ້:
1.   ຈັດຕັ້ງປະຕິບັດນະໂຍບາຍ, ​ແຜນຍຸດທະສາດ, ​ແຜນດຳເນີນງານ ກ່ຽວກັບວຽກ ງານຈະລາຈອນທາງບົກໃນຂອບເຂດແຂວງ, ນະຄອນຂອງຕົນ;
2.   ປະສານສົມທົບກັບກອງບັນຊາການປ້ອງກັນຄວາມສະຫງົບ, ພະແນກການອື່ນ ຂອງແຂວງ, ະຄອນໃນການສຶກສາອົບຮົມ,ໂຄສະນາ, ​ເຜີຍຜ່ ເພື່ອປູກຈິດສໍານຶກໃຫ້ແກ່ປະຊາຊົນ ກ່ຽວກັບວຽກງານຈະລາຈອນທາງບົກ;
3.   ຄົ້ຄວ້າ, ວິ​​ໄຈຂໍ້ມູນ, ສະຖິຕິອຸປະຕິເຫດ ​ແລະ ສັງລວມຈໍານວນຍານພາຫະ ນະ ແລະ ປະລິມານການສັນຈອນຕາມເສັ້ນທາງໃນຂອບເຂດ ແຂວງ, ນະຄອນ; ​
4.   ຄຸ້ມຄອງການຂຶ້ນທະບຽນຍານພາຫະນະ, ຄວາມປອດໄພ ໃນການຈະລາຈອນ ທາງບົກ ແລະ ການຂັບຂີ່, ໂຮງຮຽນສອນຂັບຂີ່, ສູນຝຶກການຂັບຂີ່, ການສອບເສັງໃບຂັບຂີ່, ສູນ ກວດກາເຕັກນິກ, ອູ່ສ້ອມແປງຍານພາຫະນະ ແລະ ກິດຈະການອື່ນ ກ່ຽວກັບການຈະລາຈອນທາງ ບົກ;
5.   ປ້ອນຂໍ້ມູນ ຍານພາຫະນະ ເພື່ອພິມໃບທະບຽນ;
6.   ສ້າງບົດສະເໜີໂຄງການເພື່ອຄົ້ນຄວ້າຊອກແຫຼ່ງທຶນພາຍໃນ ແລະ ຕ່າງປະເທດ ມາພັດທະນາວຽກງານຈະລາຈອນທາງບົກ ພາຍ​ໃນ​ແຂວງ, ນະຄອນ​ຂອງ​ຕົນ;
7.   ຄຸ້ມຄອງ, ຕິດຕັ້ງປ້າຍ ແລະເຄື່ອງໝາຍຈະລາຈອນທາງບົກ, ຕິດຕາມ, ປົກ​ປັກ​ຮັກສາປ້າຍ, ​ເຄື່ອງໝາຍຈະລາຈອນຕາມ​ເສັ້ນທາງ ​ເພື່ອ​ບໍ່​ໃຫ້​ຖືກ​ທຳລາຍ;
8.   ຈັດຕັ້ງການສອບເສັງ, ອອກໃບຂັບຂີ່, ຂຶ້ນທະບຽນ, ຕິດປ້າຍທະບຽນຍານພາ ຫະນະ ໃນຂອບເຂດ ແຂວງ, ນະຄອນ;
9.   ສະຫລຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຈະລາຈອນທາງບົກໃຫ້ກະຊວງໂຍທາທິການແລະ ຂົນສົ່ງ, ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ;
10. ປະຕິບັດສິດແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.



ມາດຕາ 70 (ປັບປຸງ) ສິດແລະ ໜ້າທີ່ຂອງ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ນະຄອນ
ໃນການຄຸ້ມຄອງວຽກງານຈະລາຈອນທາງບົກ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ, ນະຄອນ ມີສິດແລະ ໜ້າທີ່ ດັ່ງນີ້:
1.  ຈັດຕັ້ງປະຕິບັດນະໂຍບາຍ, ​ແຜນຍຸດທະສາດ, ​ແຜນດຳເນີນງານ ກ່ຽວກັບການ ຈະລາຈອນທາງບົກໃນຂອບເຂດແຂວງ, ນະຄອນຂອງຕົນ;
2.  ປະສານສົມທົບກັບ ພະແນກໂຍທາທິການແລະ ຂົນສົ່ງ, ພະແນກການອື່ນຂອງ ແຂວງ, ະຄອນ ໃນການສຶກສາອົບຮົມ,ໂຄສະນາ, ເຜີຍຜ່ ເພື່ອປູກຈິດສໍານຶກໃຫ້ແກ່ປະຊາຊົນ ກ່ຽວກັບວຽກງານຈະລາຈອນທາງບົກ;
3.  ຕິດຕາມ ການເຄົາລົບ ແລະ ການປະຕິບັດລະບຽບກົດໝາຍ ຂອງຜູ້ຂັບ​ຂີ່ ​ແລະ ຍານພາຫະນະທຸກຊະນິດ ຕາມເສັ້ນທາງຢ່າງເຂັ້ມງວດ ເພື່ອປ້ອງກັນຄວາມປອດໄພ ແລະ ຄວາມ ເປັນລະບຽບຮຽບຮ້ອຍຂອງການຈະລາຈອນ;  
4. ກວດກາ ຂໍ້ມູນຍານພາຫະນະ ກ່ອນການຜະລິດ ຫຼື ຕິດປ້າຍລົດ;
5. ຜະລິດ ແລະ ຕິດປ້າຍລົດ ຕາມການມອບໝາຍຂອງກະຊວງປ້ອງກັນຄວາມສະ ຫງົບ;
6.  ຄົ້ຄວ້າ, ວິ​​ໄຈຂໍ້ມູນ, ສະໜອງສະຖິຕິອຸປະຕິເຫດ ​ແລະ ສັງລວມປະລິມານການສັນຈອນຕາມເສັ້ນທາງໃນຂອບເຂດ ແຂວງ, ນະຄອນ ເພື່ອວາງແຜນປ້ອງກັນແລະ ສະກັດກັ້ນ ຕາມຄວາມຮັບຜິດຊອບຂອງຕົນ;
7.  ຄົ້ນຄວ້າ ແກ້ໄຂຄະດີອຸບປະຕິເຫດທາງຖະໜົນ ພາຍໃນແຂວງ, ນະຄອນຂອງ ຕົນ ຕາມລະບຽບກົດໝາຍ;
8.  ຄຸ້ມຄອງແລະ ຊີ້ນຳໂດຍກົງຕຳຫຼວດຈະລາຈອນ, ຕໍາຫຼວດທາງຫຼວງ ເມືອງ, ເທດສະບານ;
9. ສະຫຼຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຈະລາຈອນທາງບົກ ໃຫ້ກະຊວງປ້ອງກັນຄວາມສະຫງົບ, ອົງການປົກຄອງແຂວງ, ນະຄອນ ຢ່າງເປັນປົກກະຕິ;
10.  ປະຕິບັດສິດແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.

ມາດຕາ 71 (ປັບປຸງ)  ສິດ ແລະ ໜ້າທີ່ຂອງຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງ, ເທດສະບານ
ໃນການຄຸ້ມຄອງວຽກງານຈະລາຈອນທາງບົກ ຫ້ອງການໂຍທາທິການ ແລະ ຂົນສົ່ງ, ເມືອງ, ເທດສະບານ  ມີ ສິດແລະ ໜ້າທີ່ ດັ່ງນີ້:
1.  ຈັດຕັ້ງປະຕິບັດ ນະໂຍບາຍ, ​ແຜນຍຸດທະສາດ, ​ແຜນດຳເນີນງານ ກ່ຽວກັບວຽກ ງານ ຈະລາຈອນທາງບົກ ພາຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ;
2.  ປະສານສົມທົບກັບກອງບັນຊາການປ້ອງກັນຄວາມສະຫງົບ, ຫ້ອງການອື່ນ ຂອງ ເມືອງ, ເທດສະບານ ໃນການສຶກສາອົບຮົມ,ໂຄສະນາ, ​ເຜີຍຜ່ ເພື່ອປູກຈິດສໍານຶກໃຫ້ແກ່ປະຊາຊົນ ກ່ຽວກັບວຽກງານຈະລາຈອນທາງບົກ;
3.  ຈັດຕັ້ງ, ຄຸ້ມຄອງການຂຶ້ນ​ທະບຽນ, ການສອບເສັງໃບຂັບຂີ່ປະເພດລົດຈັກສອງລໍ້, ລົດ​ໄຖ​ນາ​, ລົດ​ຕ໋ອກໆ ພາຍໃນເມືອງ, ເທດສະບານ ຂອງຕົນ;  
4.  ປະກອບຄໍາເຫັນກ່ຽວກັບການອອກ​ອະນຸຍາດ​​ດໍາ​ເນີນ​ທຸລະ​ກິດ​ ເຊັ່ນ ຮ້ານ​ສ້ອມ​ແປງ​ລົດ​, ​ເຄາະ​ຈອດ​ພົ່ນ​ສີ​ລົດ, ຈອດ​ຢາງ​ລົດ​, ລ້າງ​ອັດ​ສີດ, ໂຮງ​ຊ່ຽນ, ​ໂຮງ​ກຶງ, ຮ້ານ​ຂາຍ​ເຄື່ອງ​ອາ​ໄຫຼ່, ຮ້ານ​ຕົບ​ແຕ່ງ​ລົດ ແລະ ກິດຈະການອື່ນກ່ຽວກັບການຈະລາຈອນທາງບົກ;
5.  ຄຸ້ມຄອງ, ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນທາງບົກ ຕາມຄວາມຮັບ ຜິດຊອບຂອງຕົນ;
6.  ເຂົ້າຮ່ວມໃນການແກ້ໄຂອຸບປະຕິເຫດ ທີ່ເກີດຂຶ້ນໃນຂອບເຂດເມືອງ, ເທດສະ ບານຂອງຕົນ ຕາມລະບຽບກົດໝາຍ;
7.  ຄຸ້ມຄອງ ອູ່ສ້ອມແປງຍານພາຫະນະ, ການກວດກາເຕັກນິກ ລົດຈັກ, ລົດໄຖ​ນາ ຕາມຄວາມຮັບຜິດຊອບ ຂອງ​ຕົນ;
8.  ເກັບກໍາຂໍ້ມູນ ອຸບປະຕິເຫດທາງຖະໜົນແລະ ປະລິມານການສັນຈອນ ໃນຂອບ ເຂດ ເມືອງ, ເທດສະບານ ຂອງຕົນ;
9.  ສະຫຼຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຈະລາຈອນທາງບົກໃຫ້ພະແນໂຍທາທິການແລະ ຂົນສົ່ງ ແຂວງ, ນະຄອນແລະ ອົງການປົກຄອງເມືອງ, ​ເທດສະບານຢ່າງເປັນປົກກະຕິ;
10.  ປະຕິບັດສິດແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.  

ມາດຕາ 72 (ປັບປຸງ)  ສິດແລະ ໜ້າທີ່ຂອງ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ເທດສະ ບານ 
ໃນການຄຸ້ມຄອງວຽກງານຈະລາຈອນທາງບົກ ກອງບັນຊາການປ້ອງກັນຄວາມສະຫງົບເມືອງ, ​ເທດສະບານ ມີສິດ​ ​ແລະ ໜ້າທີ່ ດັ່ງນີ້:
1.   ຈັດຕັ້ງປະຕິບັດນະໂຍບາຍ, ​ແຜນຍຸດທະສາດ, ​ແຜນດຳເນີນງານ ກ່ຽວກັບວຽກ ງານຈະລາຈອນທາງບົກ ຕາມຄວາມຮັບຜິດຊອບຂອງຕົນ;
2.   ປະສານ​ສົມທົບ​ກັບ​ຫ້ອງການໂຍທາ​ທິກາ ແລະ​ ຂົນ​ສົ່ງ, ຫ້ອງການອື່ນ ຂອງ ເມືອງ, ເທດສະບານ ໃນການສຶກສາອົບຮົມ, ໂຄສະນ, ເຜີຍ​ຜ່ ເພື່ອປູກຈິດສໍານຶກໃຫ້ປະຊາຊົນ ກ່ຽວກັບວຽກງານຈະລາຈອນທາງບົກ;
3.   ປະສານ​ສົມທົບ ກັບ​ຫ້ອງການ ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ເມືອງ, ​ເທດສະບານ​ໃນ​ການປົກ​ປັກ​ຮັກສາປ້າຍ, ​ເຄື່ອງໝາຍຈະລາຈອນຕາມ​ເສັ້ນທາງ ​ເພື່ອ​ບໍ່​ໃຫ້​ຖືກ​ທຳລາຍ​ຕາມຄວາມ ຮັບຜິດຊອບຂອງຕົນ;  
4.   ຈັດສັນຄວາມເປັນລະບຽບຮຽບຮ້ອຍຕາມ​ເສັ້ນທາງ, ສະຖານ​ທີ່​ຈອດ​ລົດສາທາລະ ນະ ​ແລະ ອໍານວຍຄວາມສະດວກ, ຄວບ​ຄຸມການ​ສັນຈອນ ​ໃຫ້​ມີຄວາມສະດວກ, ປອດ​ໄພ ​ແລະ ​ໂລ່ງ​ລ່ຽນ;
5.   ຊັນ​ນະ​ສູດ, ສືບສວນ-ສອບ​ສວນ, ​ແກ້​ໄຂ ​ແລະ ປະກອບ​ສຳນວນ​ຄະດີ​ ອຸບປະຕິເຫດທາງ​ຖະໜົນ ທີ່ເກີດຂຶ້ນໃນຂອບເຂດເມືອງ, ​ເທດສະບານ ​ຕາມລະບຽບກົດໝາຍ;
6.   ເກັບກໍາຂໍ້ມູນອຸບປະຕິເຫດຕາມເສັ້ນທາງແລະ ປະລິມານການສັນຈອນໃນຂອບ ເຂດເມືອງ, ເທດສະບານຂອງຕົນ;
7.   ສະຫຼຸບ ລາຍງານ ຜົນການຈັດຕັ້ງປະຕິບັດວຽກງານຈະລາຈອນທາງບົກ ໃຫ້ກອງ​ບັນ​ຊາ​ການ​ປ້ອງກັນ​ຄວາມ​ສະຫ​ງົບ ແຂວງ, ນະຄອນແລະ ອົງການປົກຄອງເມືອງ, ​ເທດສະບານຢ່າງເປັນປົກກະຕິ;
8.   ປະຕິບັດສິດແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ຕາມ ການມອບໝາຍ.

ມາດຕາ 73 (ໃໝ່)  ສິດ ແລະ ໜ້າທີ່ ຂອງ ອົງການປົກຄອງບ້ານ
ໃນການຄຸ້ມຄອງວຽກງານຈະລາຈອນທາງບົກ ອົງການປົກຄອງບ້ານ ມີສິດແລະ ໜ້າທີ່ ຕົ້ນຕໍ ດັ່ງນີ້:
1.   ເຜີຍແຜ່ຄຳ​ສັ່ງ, ​ຂໍ້ຕົກລົງ, ຄຳແນະນຳກ່ຽວກັບການຈະລາຈອນທາງບົກໃຫ້​ແກ່​ປະຊາຊົນພາຍ​ໃນຂອບເຂດ ບ້ານຂອງຕົນ;
2.   ປຸກລະດົມປະຊາຊົນ ໃນການປະກອບສ່ວນປົກປັກຮັກສາປ້າຍສັນຍານ, ​ໄຟສັນ ຍານ, ເຄື່ອງໝາຍຈະລາຈອນຕາມເສັ້ນທາງໃນ​ຂອບ​ເຂດ​ບ້ານ​ຂອງ​ຕົນ ພ້ອມ​ທັງ​ລາຍ​ງານ​ການ​ເປ່​ເພ ​ເສັຍ​ຫາຍຂອງປ້າຍ, ​ໄຟສັນຍານ, ​ເຄື່ອງໝາຍຈະລາຈອນ ໃຫ້​ຫ້ອງການ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ເມືອງ, ​ເທດສະບານ ຢ່າງ​ທັນ​ການ; ​  
3.   ເຂົ້າຮ່ວມ, ຊ່ວຍຄວບ​ຄຸມສະຖານ​ທີ່ອຸບ​ປະຕິ​ເຫດ ທີ່ເກີດຂຶ້ນຕາມ​ເສັ້ນທາງ​ໃນຂອບເຂດບ້ານຂອງຕົນ ພ້ອມ​ທັງລາຍ​ງານ​​ໃຫ້​​ຕຳຫຼວດ​ຈະລາຈອນ, ຕໍາຫຼວດທາງຫຼວງຂອເມືອງ, ​ເທດ ສະບານທີ່​ຕົນຂຶ້ນກັບ​ຢ່າງ​ທັນ​ການ;
4.   ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືກັບເຈົ້າໜ້າທີ່ຄວບຄຸມການຈະລາ ຈອນທາງບົກ;
5.   ປະຕິບັດສິດແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ຕາມການມອບໝາຍ.








ໝວດທີ 2
ການກວດກາວຽກງານຈະລາຈອນທາງບົກ

ມາດຕາ 74 (ໃໝ່)  ອົງການກວດກາ
   ອົງການກວດກາວຽກງານຈະລາຈອນທາງບົກ ມີ ສອງ ປະເພດດັ່ງນີ້:
1. ອົງການກວດກາພາຍໃນ ແມ່ນ ອົງການດຽວກັນກັບອົງການຄຸ້ມຄອງວຽກງານຈະ ລາຈອນທາງບົກ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 66 ຂອງ​ກົດ​ໝາຍ​ສະບັບ​ນີ້.
2. ອົງການກວດກາພາຍນອກ ມີ:
          - ສະພາ​ແຫ່ງ​ຊາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍການຕິດຕາມກວດກາ ຂອງສະພາແຫ່ງຊາດ;
          - ອົງການ​ກວດກາ​ລັດຖະບານ ແລະ ຕ້ານການສໍ້ລາດບັງຫຼວງ ຕາມທີ່ໄດ້ກໍານົດ ໄວ້ໃນກົດໝາຍວ່າດ້ວຍ ການກວດກາລັດ;
          - ອົງການ​ກວດ​ສອບ​ແຫ່ງ​ລັດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການກວດ ສອບ​ແຫ່ງ​ລັດ; ​  
          - ແນວ​ລາວ​ສ້າງ​ຊາ​ດ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ປະຊາຊົນ ​ແລະ ສື່​ມວນ​ຊົນ.
  ການກວດກາພາຍນອກ ມີຈຸດປະສົງ ກວດກາການປະຕິບັດໜ້າທີ່ຂອງອົງການຄຸ້ມຄອງ ແລະ ກວດກາວຽກງານຈະລາຈອນທາງບົກ ເພື່ອໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ, ຍຸຕິທຳ ແລະ ມີປະ ສິດທິຜົນ.

ມາດຕາ 75 (ໃໝ່)  ສິດແລະ ໜ້າທີ່ຂອງ ອົງການກວດກາ
ໃນການກວດກາວຽກງານຈະລາຈອນທາງບົກ ອົງການກວດກາ ມີສິດແລະ ໜ້າທີ່  ປະຕິບັດຕາມເນື້ອໃນແລະ ຮູບການທີ່ໄດ້ກຳນົດໄວ້ໃນມາດຕາ 76 ​ແລະ 77 ຂອງກົດໝາຍສະບັບນີ້.

ມາດຕາ 76 (ໃໝ່)  ເນື້ອໃນການກວດກາ  
   ການກວດກາວຽກງານ​​ຈະລາຈອນທາງບົກ ມີເນື້ອໃນຕົ້ນຕໍ ດັ່ງນີ້:
1.   ການຈັດ​ຕັ້ງ​ປະຕິບັດ​ ນະ​ໂຍບາຍ, ​ແຜນ​ຍຸດ​ທະ​ສາດ, ​​ແຜນ​ດຳ​ເນີນ​ງານ, ລະບຽບ​ກົດໝາຍ ກ່ຽວ​ກັບ​ການ​ຈະລາຈອນ​ທາງບົກ;
2.   ໂຄງການ​ກໍ່ສ້າງ, ຕິດ​ຕັ້ງ, ສ້ອມ​ແປງ ​ແລະ ບູລະນະລະບົບ​ສັນຍານ​​ຈະລາຈອນ;
3.   ການປະຕິບັດ​ມາດ​ຕະການ​ປ້ອງ​ກັນ​ຄວາມ​ປອດ​ໄພ ຕາມ​ເສັ້ນທາງ, ການ​ແກ້​ໄຂ​ຜົນ​ກະທົບຕໍ່​ຊີວິດ, ສຸຂະພາບ, ຊັບ​ສິນ​ຂອງ​ປະຊາຊົນ, ຂອງສາທາລະນະ ​ແລະ ຕໍ່ສິ່ງ​ແວດລ້ອມ;
4.   ການ​ດຳ​​ເນີນ​ກິດຈະການ ​ກ່ຽວ​ກັບການສ້ອມແປງ, ດັດແປງ, ກວດກາເຕັກນິກຍານ ພາຫະນະ, ​ການ​ຝຶກ​ອົບຮົມ, ການ​ສິດສອນ ​ແລະ ການ​ສອບ​ເສັງໃບ​ຂັບ​ຂີ່;
5.   ເອກະສານ​ຂອງ​ຜູ້​ຂັບ​ຂີ່, ​ເອກະສານ​ ​ແລະ ປ້າຍ​ທະບຽນຂອງ​ຍານພາຫະນະ, ​ທາດ​ເຫຼົ້າ​ໃນລົມຫາຍໃຈ​ຂອງ​ຜູ້​ຂັບ​ຂີ່​ ແລະ ຄວາມ​ໄວ​ຂອງ​ການ​ສັນຈອນ​ຂອງ​ຍານພາຫະນະ​ທຸກ​ຊະນິດ ຊຶ່ງມອບໃຫ້ຕໍາຫຼວດຈະລາຈອນ ແລະ ຕໍາຫຼວດທາງຫຼວງ ເປັນຜູ້ກວດກາ.
ນອກຈາກນີ້ ການກວດກາ ຍັງໃຫ້ປະຕິບັດຕາມເນື້ອໃນການກວດກາ ທີ່ໄດ້ກຳນົດໄວ້ໃນລະບຽບກົດໝາຍອື່ນທີ່ກ່ຽວຂ້ອງ.

ມາດຕາ 77 (ໃໝ່)  ຮູບການ ການກວດກາ
   ການກວດກາວຽກງານຈະລາຈອນທາງບົກ ມີ ສາມຮູບການ ດັ່ງນີ້:
1.   ການກວດກາຢ່າງ​​ເປັນລະບົບປົກກະຕິ ຊຶ່ງແມ່ນການກວດກາທີ່ດຳເນີນໄປຕາມແຜນການ ຢ່າງເປັນປະຈຳແລະ ມີກຳນົດເວລາອັນແນ່ນອນ;
2.   ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ຊຶ່ງແມ່ນການກວດການອກແຜນການເມື່ອເຫັນວ່າມີຄວາມຈຳເປັນ ຊຶ່ງແຈ້ງໃຫ້ຜູ້ຖືກກວດກາ​​ຮູ້ລ່ວງໜ້າ;
3.   ການກວດກາແບບກະທັນຫັນຊຶ່ງແມ່ນການກວດກາແບບຮີບດ່ວນ ໂດຍ​ບໍ່ໄດ້ແຈ້ງໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.
ໃນ​​ການດຳເນີນການກວດກາການຈະລາຈອນທາງບົກນັ້ນ ໃຫ້ປະຕິບັດຖືກຕ້ອງຕາມລະ ບຽບກົດໝາຍ ຢ່າງເຂັ້ມງວດ.