ມາດຕາ 60 (ໃໝ່) ການສ້າງຕັ້ງຄະນະກໍາມະການດ້ານຄວາມປອດໄພທາງຫຼວງ
ເພື່ອເຮັດໃຫ້ການຄຸ້ມຄອງ ແລະ
ການສົ່ງເສີມ ການຈະລາຈອນທາງບົກ ມີຄວາມສະ ດວກ, ວ່ອງໄວ, ປອດໄພ,
ເຊື່ອມໂຍງເຂົ້າກັບລະບົບການຈະລາຈອນຂອງອາຊຽນ, ພາກພື້ນ ແລະ ສາກົນນັ້ນ ລັດ ສ້າງຕັ້ງຄະນະກຳມະການດ້ານຄວາມປອດໄພທາງຫຼວງ ຊຶ່ງເປັນການຈັດຕັ້ງທີ່ບໍ່ປະ ຈຳການ, ມີພາລະບົດບາດປະສານງານ ກັບພາຍໃນ
ແລະ ຕ່າງປະເທດ ໃນການຄຸ້ມຄອງວຽກງານ ຈະລາຈອນທາງບົກ ໃຫ້ມີຄວາມກ້າວໜ້າ ແລະ ຂະຫຍາຍຕົວ
ປະກອບສ່ວນເຂົ້າໃນການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ.
ມາດຕາ 61 (ໃໝ່) ລະບົບຄະນະກໍາມະການດ້ານຄວາມປອດໄພທາງຫຼວງ
ລະບົບຄະນະກຳມະການດ້ານຄວາມປອດໄພທາງຫຼວງ ປະກອບດ້ວຍ:
1.
ຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ;
2.
ຄະນະກຳມະການດ້ານຄວາມປອດໄພທາງຫຼວງ ແຂວງ, ນະຄອນ;
3.
ຄະນະກຳມະການດ້ານຄວາມປອດໄພທາງຫຼວງ ເມືອງ, ເທດສະບານ.
ມາດຕາ 62 (ໃໝ່)
ໂຄງປະກອບຂອງຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ
ຄະນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ ປະກອບດ້ວຍ:
1. ລັດຖະມົນຕີວ່າການ
ກະຊວງໂຍທາທິການ ແລະ ຂົນສົ່ງ ເປັນປະທານ;
2. ລັດຖະມົນຕີຊ່ວຍວ່າການ
ກະຊວງປ້ອງກັນຄວາມສະຫງົບ ເປັນຮອງປະທານ;
3. ລັດຖະມົນຕີຊ່ວຍວ່າການ ກະຊວງ ສຶກສາທິການ
ແລະ ກິລາ ເປັນກໍາມະການ;
4. ລັດຖະມົນຕີຊ່ວຍວ່າການ ກະຊວງ ສາທາລະນະສຸກ
ເປັນກໍາມະການ;
5. ລັດຖະມົນຕີຊ່ວຍວ່າການ ກະຊວງຖະແຫຼງຂ່າວ,
ວັດທະນະທໍາ ແລະ ທ່ອງທ່ຽວ ເປັນກໍາມະການ;
6. ລັດຖະມົນຕີຊ່ວຍວ່າການ
ກະຊວງການເງິນ ເປັນກໍາມະການ;
7. ປະທານອົງການກາແດງລາວ
ເປັນກໍາມະການ;
8. ຮອງປະທານສູນກາງສະຫະພັນກໍາມະບານລາວ
ເປັນກໍາມະການ;
9. ຮອງປະທານສູນກາງສະຫະພັນແມ່ຍິງລາວ
ເປັນກໍາມະການ;
10. ຮອງເລຂາສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ
ເປັນກໍາມະການ;
11. ຜູ້ຕາງໜ້າ
ສະມາຄົມຜູ້ສະໜັບສະໜູນຄວາມປອດໄພທາງຖະໜົນ ເປັນກໍາມະ ການ;
12. ຜູ້ຕາງໜ້າ
ມູນນິທິ ກ່ຽວກັບການຈະລາຈອນທາງບົກ ເປັນກໍາມະການ.
ຄະນະກໍາມະການແຫ່ງຊາດຄວາມປອດໄພທາງຫຼວງ
ຖືກແຕ່ງຕັ້ງໂດຍນາຍົກລັດຖະມົນ ຕີ
ແລະ ມີກອງເລຂາ ຕັ້ງຢູ່ ກະຊວງໂຍທາທິການ ແລະ ຂົນສົ່ງ
ຊຶ່ງຖືກແຕ່ງຕັ້ງໂດຍປະທານຄະ ນະກໍາມະການແຫ່ງຊາດດ້ານຄວາມປອດໄພທາງຫຼວງ.
ມາດຕາ 63 (ໃໝ່) ໂຄງປະກອບຂອງຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ແຂວງ, ນະຄອນ
ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ແຂວງ, ນະຄອນ ປະກອບດ້ວຍ:
1. ຫົວໜ້າພະແນກ
ໂຍທາທິການ ແລະ ຂົນສົ່ງ ເປັນປະທານ;
2. ຮອງຫົວໜ້າ ກອງບັນຊາການປ້ອງກັນຄວາມສະຫງົບ ເປັນຮອງປະທານ;
3. ຮອງຫົວໜ້າພະແນກ
ສຶກສາທິການ ແລະ ກິລາ ເປັນກໍາມະການ;
4. ຮອງຫົວໜ້າພະແນກ
ສາທາລະນະສຸກ ເປັນກໍາມະການ;
5. ຮອງຫົວໜ້າພະແນກ
ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ເປັນກໍາ ມະການ;
6. ຮອງຫົວໜ້າພະແນກ
ການເງິນ ເປັນກໍາມະການ;
7. ຫົວໜ້າຫ້ອງການກາແດງ
ແຂວງ, ນະຄອນ ເປັນກໍາມະການ;
8. ຮອງປະທານສະຫະພັນກໍາມະບານ
ແຂວງ, ນະຄອນ ເປັນກໍາມະການ;
9. ຮອງປະທານສະຫະພັນແມ່ຍິງ
ແຂວງ, ນະຄອນ ເປັນກໍາມະການ;
10. ຮອງເລຂາຄະນະຊາວໜຸ່ມປະຊາຊົນປະຕິວັດລາວ
ແຂວງ, ນະຄອນ ເປັນກໍາ ມະການ;
11. ຕົວແທນຂອງ
ພາກສ່ວນທຸລະກິດ ທັງພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ ເປັນກໍາມະການ;
12. ຕົວແທນຂອງ
ການຈັດຕັ້ງສັງຄົມທີ່ກ່ຽວຂ້ອງ ເປັນກໍາມະການ.
ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ແຂວງ,
ນະຄອນ ຖືກແຕ່ງຕັ້ງໂດຍ ເຈົ້າແຂວງ, ເຈົ້າຄອງນະຄອນ ແລະ ມີກອງເລຂາ
ຕັ້ງຢູ່ ພະແນກໂຍທາທິການ ແລະ ຂົນສົ່ງ ຊຶ່ງຖືກແຕ່ງຕັ້ງໂດຍປະທານຄະນະກໍາມະການດ້ານຄວາມປອດໄພທາງຫຼວງ
ແຂວງ, ນະຄອນ.
ມາດຕາ 64 (ໃໝ່) ໂຄງປະກອບຂອງຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ເມືອງ, ເທດ ສະບານ
ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ເມືອງ, ເທດສະບານ ປະກອບດ້ວຍ:
1. ຫົວໜ້າຫ້ອງການ
ໂຍທາທິການ ແລະ ຂົນສົ່ງ ເປັນປະທານ;
2. ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ
ເປັນຮອງປະທານ;
3. ຮອງຫົວໜ້າຫ້ອງການ ສຶກສາທິການ
ແລະ ກິລາ ເປັນກໍາມະການ;
4. ຮອງຫົວໜ້າຫ້ອງການ ສາທາລະນະສຸກ
ເປັນກໍາມະການ;
5. ຮອງຫົວໜ້າຫ້ອງການ ຖະແຫຼງຂ່າວ,
ວັດທະນະທໍາ ແລະ ທ່ອງທ່ຽວ ເປັນກໍາ ມະການ;
6. ຮອງຫົວໜ້າຫ້ອງການ ການເງິນ
ເປັນກໍາມະການ;
7. ຮອງຫົວໜ້າ ຂະແໜງກາແດງ ເປັນກໍາມະການ;
8. ຮອງປະທານສະຫະພັນກໍາມະບານ ເມືອງ,
ເທດສະບານ ເປັນກໍາມະການ;
9. ຮອງປະທານສະຫະພັນແມ່ຍິງ ເມືອງ,
ເທດສະບານ ເປັນກໍາມະການ;
10. ຮອງເລຂາຄະນະຊາວໜຸ່ມ
ປະຊາຊົນ ປະຕິວັດລາວ ເມືອງ, ເທດສະບານ ເປັນກໍາມະການ;
11. ຕົວແທນຂອງ
ພາກສ່ວນທຸລະກິດ ທັງພາກລັດ ແລະ ເອກະຊົນ ທີ່ກ່ຽວຂ້ອງ ເປັນກໍາມະການ;
12. ຕົວແທນຂອງ
ການຈັດຕັ້ງສັງຄົມທີ່ກ່ຽວຂ້ອງ ເປັນກໍາມະການ.
ຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ເມືອງ,
ເທດສະບານ ຖືກແຕ່ງຕັ້ງໂດຍ ເຈົ້າເມືອງ, ຫົວໜ້າເທດສະບານ ແລະ ມີກອງເລຂາ
ຕັ້ງຢູ່ ຫ້ອງການໂຍທາທິການ ແລະ ຂົນສົ່ງ ຊຶ່ງຖືກແຕ່ງຕັ້ງໂດຍປະທານຄະນະກໍາມະການດ້ານຄວາມປອດໄພທາງຫຼວງ ເມືອງ, ເທດສະບານ.
ມາດຕາ 65 (ໃໝ່) ສິດ ແລະ ໜ້າທີ່ຂອງ ຄະນະກຳມະການດ້ານຄວາມປອດໄພທາງຫຼວງ
ຄະນະກຳມະການດ້ານຄວາມປອດໄພທາງຫຼວງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:
1.
ສ້າງກົດລະບຽບພາຍໃນ, ຄົ້ນຄວ້ານະໂຍບາຍ, ແຜນຍຸດທະສາດ ແລະ ແຜນດໍາ ເນີນງານດ້ານຄວາມປອດໄພທາງຫຼວງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
2.
ຈັດຕັ້ງປະຕິບັດນະໂຍບາຍ, ແຜນຍຸດທະສາດ ແລະ ແຜນດໍາເນີນງານດ້ານຄວາມ ປອດໄພທາງຫຼວງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
3.
ແນະນຳ, ຕິດຕາມ, ກວດກາ, ຊຸກຍູ້ ແລະ ປະສານສົມທົບກັບບັນດາຂະແໜງ ການ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຈັດຕັ້ງປະຕິບັດວຽກງານຄວາມ ປອດໄພທາງຫຼວງ ຕາມຂອບເຂດຄວາມຮັບຜິດຊອບຂອງຕົນ;
4.
ລະດົມ, ຄຸ້ມຄອງ ແລະ ນໍາໃຊ້ທຶນ ທີ່ໄດ້ຮັບການສະໜັບສະໜູນ ຈາກພາຍໃນ
ແລະ ຕ່າງປະເທດເຂົ້າໃນວຽກງານຄວາມປອດໄພທາງຫຼວງ ໃຫ້ມີປະສິດທິຜົນຕາມຂອບເຂດຄວາມ
ຮັບຜິດຊອບຂອງຕົນ;
5.
ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ຕາມການມອບໝາຍ;
6.
ສະຫຼຸບ ລາຍງານການຈັດຕັ້ງປະຕິບັດວຽກງານ ຕໍ່ຂະແໜງການຂັ້ນເທິງຂອງຕົນ;
7.
ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນລະບຽບກົດໝາຍ ແລະ ການ ມອບໝາຍ.



