ມາດຕາ 43 (ໃໝ່) ປະເພດທຸລະກິດ ກ່ຽວກັບ ການຈະລາຈອນທາງບົກ
ທຸລະກິດກ່ຽວກັບ ການຈະລາຈອນທາງບົກ ມີ ປະເພດຕ່າງໆ
ດັ່ງນີ້:
1. ກວດກາເຕັກນິກຍານພາຫະນະ;
2. ສອນຂັບລົດ,
ຝຶກແອບການຂັບຂີ່ລົດ;
3. ຜະລິດ,
ຕິດຕັ້ງ, ສ້ອມແປງປ້າຍ, ໄຟສັນຍານ, ເຄື່ອງໝາຍຈະລາຈອນ;
4. ບໍລິການສ້ອມແປງລົດ;
5. ບໍລິການບ່ອນຈອດລົດ;
6.
ບໍລິການ ລາກລົດ.
ມາດຕາ
44 (ໃໝ່) ການສ້າງຕັ້ງ ວິສາຫະກິດ ກ່ຽວກັບ ການຈະລາຈອນທາງບົກ
ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ
ແລະ ຕ່າງປະເທດ ທີ່ມີຈຸດປະສົງສ້າງ ຕັ້ງວິສາຫະກິດກ່ຽວກັບການຈະລາຈອນທາງບົກ ຕ້ອງຂໍອະນຸຍາດດຳເນີນທຸລະກິດ
ຕາມທີ່ໄດ້ກຳນົດ ໄວ້ໃນກົດໝາຍວ່າດ້ວຍວິສາຫະກິດ ແລະ ກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ
ແລະ ຕ້ອງມີ ເງື່ອນໄຂ ຕົ້ນຕໍ
ດັ່ງນີ້:
- ມີບົດວິພາກເສດຖະກິດ-ເຕັກນິກ;
- ມີນັກວິຊາການ
ທີ່ມີປະສົບການໃນການດຳເນີນທຸລະກິດ;
- ມີນັກວິຊາການທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການທາງດ້ານວິຊາສະ ເພາະເຕັກນິກ
ກ່ຽວກັບການຈະລາຈອນທາງບົກ ໃນຈຳນວນທີ່ເໝາະສົມກັບຂະໜາດ ແລະ ປະເພດ ຂອງກິດຈະການ;
- ມີທຶນ,
ຍານພາຫະນະ, ກົນຈັກ, ອຸປະກອນພຽງພໍ
ແລະ ເໝາະສົມກັບຂະໜາດ ແລະ ປະເພດຂອງກິດຈະການ;
- ໃບຢັ້ງຢືນ ທີ່ຕັ້ງສຳນັກງານ;
- ໃບຢັ້ງຢືນ ຖານະການເງິນຈາກທະນາຄານ;
- ມີຈັນຍາບັນວິຊາຊີບ
ກ່ຽວກັບການຈະລາຈອນທາງບົກ.
ຂະແໜງການໂຍທາທິການ ແລະ ຂົນສົ່ງ ເປັນຜູ້ກວດຜ່ານເງື່ອນໄຂດັ່ງກ່າວ ແລະ ມີຄໍາເຫັນກ່ອນການຂຶ້ນທະບຽນວິສາຫະກິດ.



